ມີ​ນັກ​ສິລະປິນ​ທີ່​ມີ​ຊື່​ສຽງ​ສາ​ກົນ​ຫຼາ​ຍ​ຄົ​ນເຂົ້າ​ຮ່​ວ​ມ​ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ - ຍີ່​ປຸ່ນ 2019

(VOVWORLD) -ຜ່ານດົນຕີ ແລະ ຮູບພາບຂອງບັນດານັກສິລະປິນທີ່ເຂົ້າຮ່ວມ, ລາຍການຈະສ້າງຄວາມແຜ່ຂະຫຍາຍຢ່າງກ້ວາງແຂວງກ່ຽວກັບຄຸນຄ່າຂອງສັນຕິພາບ, ພ້ອມກັນປະກອບສ່ວນເຂົ້າໃນການພັດທະນາຂອງບັນດາປະເທດໃນກຸ່ມອາຊຽນ ແລະ ທົ່ວພາກພື້ນ.
ມີ​ນັກ​ສິລະປິນ​ທີ່​ມີ​ຊື່​ສຽງ​ສາ​ກົນ​ຫຼາ​ຍ​ຄົ​ນເຂົ້າ​ຮ່​ວ​ມ​ງານ​ມະ​ໂຫລານ​ດົນ​ຕີ ອາ​ຊຽນ - ຍີ່​ປຸ່ນ 2019 - ảnh 1ບັນດານັກຮ້ອງທີ່ມາຈາກບັນດາປະເທດອາຊຽນ

“ງານມະໂຫລານດົນຕີ ອາຊຽນ - ຍີ່ປຸ່ນ” ຈະດຳເນີນໃນຕອນຄ່ຳວັນທີ 28 ກໍລະກົດ, ຢູ່ສູນກອງປະຊຸມແຫ່ງຊາດໂດຍມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງແຖວໜ້າຂອງບັນດາ ປະເທດ ອາຊຽນ ແລະ ຍີ່ປຸ່ນ. ລາຍການ “ງານມະໂຫລານດົນຕີ ອາຊຽນ - ຍີ່ປຸ່ນ 2019” ຈຸດປະສົງແມ່ນເພື່ອແນໃສ່ເຊີດຊູບັນດາຈຸດວັດທະນະທຳຂອງບັນດາຊາດທີ່ເຕັມໄປດ້ວຍມູນເຊື້ອ, ໃນຈຸດທີ່ເປັນເອກະລັກສະເພາະນັ້ນ, ຍັງມີຄວາມຄ້າຍຄືກັນຂອງວັດທະນະທຳອາຊີຕາເວັນອອກ, ໄດ້ປະສານເຂົ້າກັບຈິດໃຈຄວາມສາມັກຄີ ແລະ ເປັນເອກະພາບ, ມຸ່ງໄປເຖິງການຮ່ວມມືພ້ອມກັນພັດທະນາເພື່ອໂລກແຫ່ງສັນຕິພາບໃນຍຸກສະໄໝໃໝ່. ຜ່ານດົນຕີ ແລະ ຮູບພາບຂອງບັນດານັກສິລະປິນທີ່ເຂົ້າຮ່ວມ, ລາຍການຈະສ້າງຄວາມແຜ່ຂະຫຍາຍຢ່າງກ້ວາງແຂວງກ່ຽວກັບຄຸນຄ່າຂອງສັນຕິພາບ, ພ້ອມກັນປະກອບສ່ວນເຂົ້າໃນການພັດທະນາຂອງບັນດາປະເທດໃນກຸ່ມອາຊຽນ ແລະ ທົ່ວພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ