ມີນັກຮຽນເກືອບ 660 ຄົນ ເຂົ້າຮ່ວມການສອບເສັງວິຊາຄະນິດສາດຮ່າໂນ້ຍເປີດກວ້າງ 2019

(VOVWORLD) - ການສອບເສັງວິຊາຄະນິດສາດຮ່າໂນ້ຍເປີດກວ້າງປີ 2019 ຖືກດໍາເນີນໃນລະຫວ່າງວັນທີ 3 – 5 ເມສາ.
ມີນັກຮຽນເກືອບ 660 ຄົນ ເຂົ້າຮ່ວມການສອບເສັງວິຊາຄະນິດສາດຮ່າໂນ້ຍເປີດກວ້າງ 2019 - ảnh 1 ທ່ານ ຈື໋ຊວນຢຸງ ຫົວໜ້າພະແນກສຶກສາ ແລະ ບໍາລຸງສ້າງຮ່າໂນ້ຍ ກ່າວຄໍາເຫັນທີ່ພິທີໄຂ (ພາບ:kinhtedothi.vn)

ຕອນເຊົ້າວັນທີ 03 ເມສາ, ຢູ່ໂຮງຮຽນມັດທະຍົມຕອນປາຍ ຮ່າໂນ້ຍ - Amsterdam, ພະແນກສຶກສາ ແລະ ບໍາລຸງສ້າງຮ່າໂນ້ຍ ໄດ້ສົມທົບກັບສະມາຄົມຄະນິດສາດນະຄອນຮ່າໂນ້ຍ ຈັດຕັ້ງພິທີເປີດການສອບເສັງວິຊາຄະນິດສາດຮ່າໂນ້ຍ ເປີດກວ້າງ ປີ 2019, ມີນັກຮຽນເຂົ້າຮ່ວມການສອບເສັງເກືອບ 660 ຄົນ ເຊິ່ງມາຈາກບັນດາປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຈີນ, ເນປານ, ຟີລິບປິນ, ຮຸງກາຣີ, ອີຣານ, ມຽນມາ, ໂປໂລຍ, ແອັດສະປາຍ, ໄຕ້ຫວັນ (ຈີນ),  ໄທ, ສະຫະລັດອາຣັບ ເອມມີເລດ (UAE) ແລະ ຫວຽດນາມ. ນັກຮຽນທີ່ເຂົ້າຮ່ວມການສອບເສັງວິຊາດັ່ງກ່າວ ໄດ້ແບ່ງອອກເປັນ 2 ເກນອາຍຸຄື: Junior (ນັກຮຽນ ມ3, ມ4) ແລະ senior (ນັກຮຽນ ມ5). ບັນດາຫົວບົດສອບເສັງລ້ວນແຕ່ຖືກແຕ່ງເປັນພາສາອັງກິດ.

        ການສອບເສັງວິຊາຄະນິດສາດຮ່າໂນ້ຍເປີດກວ້າງປີ 2019 ຖືກດໍາເນີນໃນລະຫວ່າງວັນທີ 3 – 5 ເມສາ. ນີ້ແມ່ນຄັ້ງທີ 16  ທີ່ໄດ້ຈັດຕັ້ງການເສັງນີ້ ແລະແມ່ນຄັ້ງທີ 2 ທີ່ມີການເຂົ້າຮ່ວມຂອງບັນດາຄະນະນັກຮຽນສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ