ມູນ​ຄ່າ​ສົ່ງ​ອອກ​ພືດ​ຜັກ​ບັນລຸ​ເກືອບ 2 ຕື້ USD

(VOVWORLD) -ມູນຄ່າສົ່ງອອກພືດຜັກໃນໄລຍະ 7 ເດືອນຕົ້ນປີ 2020 ບັນລຸເກືອບ 2 ຕື້ USD, ຫຼຸດລົງກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. 
ມູນ​ຄ່າ​ສົ່ງ​ອອກ​ພືດ​ຜັກ​ບັນລຸ​ເກືອບ 2 ຕື້  USD - ảnh 1 (ພາບ: TTXVN)

        ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ມູນຄ່າສົ່ງອອກພືດຜັກໃນໄລຍະ 7 ເດືອນຕົ້ນປີ 2020 ບັນລຸເກືອບ 2 ຕື້ USD, ຫຼຸດລົງກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ມູນຄ່າສົ່ງອອກພືດຜັກມີສ່ວນຫຼຸດລົງ ແມ່ນຍ້ອນການສົ່ງອອກບາງປະເພດສິນຄ້າຫຼຸດລົງ; ໃນນັ້ນ, ມີໝາກມັງກອນ ເຊິ່ງເປັນປະເພດສິນຄ້າທີ່ກວມເອົາອັດຕາສ່ວນໃນຕະຫຼາດຫຼາຍທີ່ສຸດ ໄດ້ຫຼຸດລົງ 6%; ໝາກກວ້ຍຫຼຸດລົງ 9,5%; ໝາກທົ່ວລຽນຫຼຸດລົງ 71%; ໝາກແຕ່ງຫຼຸດລົງ 38,5%. ໃນຂະນະນັ້ນ, ໝາກລິ້ນຈີ່ພັດມີການເຕີບໂຕຢ່າງແຮງ ດ້ວຍ 164.700 ໂຕນ, ເພີ່ມຂຶ້ນ 109% ເມື່ອທຽບໃສ່ປີ 2019. ຕະຫຼາດສົ່ງອອກຕົ້ນຕໍແມ່ນ ຈີນ ແລະ ສົ່ງອອກໄປຍັງບາງຕະຫຼາດອື່ນຄື ຍີ່ປຸ່ນ, ອາເມລິກາ, ອີຢູ, ສິງກະໂປ, ສ.ເກົາຫຼີ, ໄທ, ອົດສະຕາລີ, ການາດາ ແລະ ປະເທດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ