ມີນາຍທະຫານຫວຽດນາມຕື່ມອີກ 7 ຄົນ ໄປຮັກສາສັນຕິພາບ ສປຊ

(VOVWORLD) -ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ນາຍທະຫານ 7 ຄົນ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ
ມີນາຍທະຫານຫວຽດນາມຕື່ມອີກ  7 ຄົນ ໄປຮັກສາສັນຕິພາບ ສປຊ - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ມອບຂໍ້ຕົກລົງຂອງປະທານປະເທດ ແລະ ຊໍ່ດອກໄມ້ໃຫ້ບັນດານາຍທະຫານທີ່ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ (ພາບ: tuoitre.vn)

ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ນາຍທະຫານ 7 ຄົນ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາຂອງກະຊວງປ້ອງກັນປະເທດ ກ່ຽວກັບ ເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີມອບຂໍ້ຕົກລົງ.

        ໂດຍຕາງໜ້າໃຫ້ການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ນີ້ແມ່່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ແຕ່ກໍແມ່ນໜ້າທີ່ລໍາບາກທີ່ສຸດ ເມື່ອຕ້ອງເຄື່ອນໄຫວໃນສະພາບແວດລ້ອມນາໆຊາດຂອງ ສປຊ. ທ່ານຮອງລັດຖະມົນຕີ ຫງວຽນຈີີ໊ວິ້ງ ປາດຖະໜາວ່າ ບັນດານາຍທະຫານທີ່ໄດ້ຮັບໜ້າທີ່ ຈົ່ງມານະພະຍາຍາມແກ້ໄຂສິ່ງກີດຂວາງ, ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີທີ່ສຸດ.

        ທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ມອບຂໍ້ຕົກລົງຂອງປະທານປະເທດ ແລະ ຊໍ່ດອກໄມ້ໃຫ້ບັນດານາຍທະຫານທີ່ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ.


ຕອບກັບ

ຂ່າວ/ບົດ​ອື່ນ