ມີນາຍທະຫານຫວຽດນາມຕື່ມອີກ3ຄົນປະຕິບັດຫນ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) -ນາຍທະຫານ 3 ຄົນ ທີ່ສັງກັດສູນຮັກສາສັນຕິພາບ ກະກຽມເດີນທາງຮັບຫນ້າທີ່ຢູ່ຄະນະຜູ້ຕາງຫນ້າຮັກສາສັນຕິພາບ ສປຊ 
ມີນາຍທະຫານຫວຽດນາມຕື່ມອີກ3ຄົນປະຕິບັດຫນ້າທີ່ຮັກສາສັນຕິພາບສະຫະປະຊາຊາດ - ảnh 1 ພົນໂທ ຫງວຽນເຟືອງນາມມອບຂໍ້ຕົກລົງໃຫ້ແກ່ນາຍທະຫານ 3 ຄົນ

ວັນທີ 16 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ຫງວຽນເຟືອງນາມ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ມອບຂໍ້ຕົກລົງໃຫ້ແກ່ນາຍທະຫານ 3 ຄົນ ທີ່ສັງກັດສູນຮັກສາສັນຕິພາບ ກະກຽມເດີນທາງຮັບຫນ້າທີ່ຢູ່ຄະນະຜູ້ຕາງຫນ້າຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ອາຟຼິກາກາງ ແລະ ຊູດັງໃຕ້. ພົນໂທ ຫງວຽນເຟືອງນາມ ສະເຫນີ ນາຍທະຫານ 3 ຄົນນີ້ ຄວນກະກຽມດ້ານແນວຄິດເປັນຢ່າງດີ, ຊາບຊືມ ແລະ ປະຕິບັດທັດສະນະ, ແນວທາງການຕ່າງປະເທດຂອງພັກ, ລັດ ແລະ ກອງທັບປະຊາຊົນຫວຽດນາມ, ປະຕິບັດວິໄນກອງທັບ, ຂໍ້ກຳນົດຂອງ ສປຊ ທີ່ຄະນະຜູ້ຕາງຫນ້າ ແລະ ກົດໝາຍຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ