ມີບົດປະພັນກວ່າ 1.500 ບົດເຂົ້າຮ່ວມການສອບເສັງຊິງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 7 ປີ 2012

ມີບົດປະພັນກວ່າ 1.500 ບົດເຂົ້າຮ່ວມການສອບເສັງຊິງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 7 ປີ 2012 - ảnh 1
ຜັນຂະຫຍາຍຮອບ​ຄັດ​ເລືອກ​ໃນ​​ກາ​ນສອບເສັງ
ຊິງລາງ​ວັນສື່​ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 7 ປີ 2012
(ພາບ: chinhphu.vn)


(vovworld) -  ມີ​ບົດ​ປະພັນກວ່າ 1.500 ບົດ​ເຂົ້າ​ຮ່ວມ​ການສອບ​ເສັງຊິງລາງ​ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 7 ປີ 2012, ​ໃນ​ນັ້ນມີ 1.450 ບົດ​ປະພັນ​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ເຂົ້າ​ຮອບຄັດ​ເລືອກ. ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​​ໃຫ້​ຮູ້​ຄື​ດັ່ງ​ກ່າວທີ່​ພິທີ​ໄຂ​ການ​ໃຫ້​ຄະ​​ແນນ​ຮອບ​ຄັດ​ເລືອກ​ໃນ​​ກາ​ນສອບເສັງຊິງລາງ​ວັນສື່​ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 7 ປີ 2012 ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 09/05, ທີ່​ຮ່າ​ໂນ້ຍ. ຕາມ​ທ່ານ ​ເຈີ​ນຢາ​ທ໋າຍ, ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ, ປະທານ​ສະພາ​ຄັດ​ເລືອກ​ແລ້ວ: ນີ້​ແມ່ນ​ປີ​ທີ່​ມີ​ຈຳນວນ​ບົດປະພັນ​​ເຂົ້າ​ຮ່ວມ​ການສອບ​ເສັງ​ຊິງ​ລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ ຫຼາຍ​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ດ້ວຍຫຼາຍ​ຮູບ​ການ​ສື່​ມວນ​ຊົນ. ຮອບຊິງລາງ​ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 7 ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 5, ຕົ້ນ​ເດືອນ 6. ພິທີ​ສະຫລຸບ ​ແລະ ມອບ​ລາງວັນ​ຈະ​ຈັດຂຶ້ນ​ກົງກັບ​ວັນສື່​ມວນ​ຊົນ​ປະຕິ​ວັດ​ຫວຽດນາມ (21/06).

ຂ່າວ/ບົດ​ອື່ນ