ມີ​ບໍ​ລິ​ສັດ ຫວຽດ​ນາມ 160 ແຫ່ງ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ສະ​ບຽງ​ອາ​ຫານ ແລະ ເຄື່ອງ​ດື່ມ​ແຖວ​ໜ້າ ອາ​ຊີ

(VOVWORLD) - ການເຂົ້າຮ່ວມງານຕະຫຼາດນັດ THAIFEX ຈະຊ່ວຍໃຫ້ວິສາຫະກິດ ຫວຽດນາມ ເພີ່ມຄວາມສາມາດຊອກຫາຄູ່ຮ່ວມມືດຳເນີນທຸລະກິດ, ພ້ອມທັງກຳນົດໄດ້ບັນດາບຸລິມະສິດພັດທະນາຜະລິດຕະພັນໃນໄລຍະຈະມາເຖິງ.
ມີ​ບໍ​ລິ​ສັດ ຫວຽດ​ນາມ 160 ແຫ່ງ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ສະ​ບຽງ​ອາ​ຫານ ແລະ ເຄື່ອງ​ດື່ມ​ແຖວ​ໜ້າ ອາ​ຊີ - ảnh 1ງານຕະຫຼາດນັດ THAIFEX – Anuga Asia  2024 (ພາບ: VOV)

ວັນທີ 28 ພຶດສະພາ, ງານຕະຫຼາດນັດ THAIFEX – Anuga Asia  2024 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ບາງກອກ (ປະເທດໄທ). ນີ້ແມ່ນງານຕະຫຼາດນັດແຖວໜ້າ ອາຊີ ໃນຂົງເຂດສະບຽງອາຫານ ແລະ ເຄື່ອງດື່ມ. ມີບໍລິສັດເຂົ້າຮ່ວມຫຼາຍກວ່າ 3.200 ແຫ່ງ ທີ່ມາຈາກ 45 ປະເທດ ແລະ ເຂດແຄວ້ນ ໃນນັ້ນ, ຫວຽດນາມ ມີ 160 ແຫ່ງ.

        ຕາມທ່ານ ເລຫືວຝຸກ ທູດການຄ້າ ຫວຽດນາມ ປະຈຳ ໄທ ແລ້ວ, ໃນງານຕະຫຼາດນັດຄັ້ງນີ້ ບໍ່ພຽງແຕ່ວາງສະແດງ ແລະ ວາງຂາຍບັນດາຜະລິດຕະພັນການຄ້າເທົ່ານັ້ນ ຫາກຍັງແນະນຳບັນດາທ່າອ່ຽງປ່ຽນແປງໃໝ່ກ່ຽວກັບຜະລິດຕະພັນສະບຽງອາຫານຢູ່ພາກພື້ນ ອາຊີ ແລະ ໃນໂລກອີກດ້ວຍ. ດັ່ງນັ້ນ, ການເຂົ້າຮ່ວມງານຕະຫຼາດນັດ THAIFEX ຈະຊ່ວຍໃຫ້ວິສາຫະກິດ ຫວຽດນາມ ເພີ່ມຄວາມສາມາດຊອກຫາຄູ່ຮ່ວມມືດຳເນີນທຸລະກິດ, ພ້ອມທັງກຳນົດໄດ້ບັນດາບຸລິມະສິດພັດທະນາຜະລິດຕະພັນໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ