ມີບໍລິສັດທ່ອງທ່ຽວຕ່າງປະເທດຫຼາຍແຫ່ງຊອກຮູ້ຄວາມສາມາດດ້ານການທ່ອງທ່ຽວຢູ່ຫວຽດນາມ

ມີບໍລິສັດທ່ອງທ່ຽວຕ່າງປະເທດຫຼາຍແຫ່ງຊອກຮູ້ຄວາມສາມາດດ້ານການທ່ອງທ່ຽວຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) –  ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ (ITB) ທີ່ພວມ​ຈັດ​ຕັ້ງ​ຢູ່​ແບກ​ແລງ, ວັນ​ທີ 10/3, ກົມ​ໃຫຍ່​ທ່ອງ​ທ່ຽວ ຂຶ້ນ​ກັບ​ກະຊວງ​ວັດທະນະທຳ - ກິລາ - ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການປະຊຸມ​ຂ່າວ​ຢູ່​ສູນ​ກອງ​ປະຊຸມ​ສາກົນ (ICC) ​ເພື່ອ​ແນ​ະນຳ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຢູ່ ຫວຽດນາມ. ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ຄວາມ​ງາມ​ແບບ​ເລິກ​ລັບ​ມະຫັດສະຈັນ”, ການ​ປະຊຸມ​ຂ່າວ​ໄດ້​​ດຶງ​ດູດ​ນັກ​ຂ່າວ, ບັນດາ​ຜູ້​ເຮັດ​ວຽກ​ງານ​ການທ່ອງທ່ຽວ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ​​ທີ່​ສົນ​ໃຈ​ເຖິງ​ການທ່ອງທ່ຽວ ຫວຽດນາມ ກໍ່​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ​ໄດ້​ສະ​ເໜີ​ກ່ຽວ​ກັບ​ນະ​ໂຍບາ​ຍ​ພັດທະນາ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ. ຜູ້ຕາງໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ກໍ່​ສະ​ເໜີ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ທຳ​ມະ​ຊາດ, ວັດທະນະທຳ, ​ຝັ່ງທະ​ເລ ​ແລະ ການທ່ອງ​ທ່ຽວ​ນະຄອນ​ຢູ່ ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້, ຜູ້ຕາງໜ້າ​ບໍລິສັດ​ໃຫຍ່​ການບິນ ຫວຽດນາມ (Vietnam Airlines) ​ໄດ້ສະ​ເໜີ​ກ່ຽວ​ກັບ​ການ​ສຳ​ພັດ ​ແລະ ​ເຊື່ອມ​ຕໍ່​ບັນດາ​ຖ້ຽວ​ບິນ​ສາກົນ ​ແລະ ພາຍ​ໃນ​ປະ​ເທດ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ