ມືປືນ PKK ຫຼາຍຄົນເສຍຊີວິດ ຍ້ອນປະທະກັນກັບກອງທັບລັດຖະບານ ຕວກກີ

ມືປືນ PKK ຫຼາຍຄົນເສຍຊີວິດ ຍ້ອນປະທະກັນກັບກອງທັບລັດຖະບານ ຕວກກີ - ảnh 1

(ພາບ:vovgiaothong.vn)

(vovworld)- ​​ໃນ 10 ມື້​ຜ່ານ​ມາ, ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ມື​ປືນ​ພັກ​ກຳມະກອນ​ຊາວ​ເຄີດ (PKK) ​ແລະ ກອງທັບ​ຕວກກີ ຢູ່​ແຂວງ Hakkari ​ໄດ້​ເຮັດ​ໃຫ້​ສະມາຊິກ​ຂອງ PKK 123 ຄົນ​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ, ​ໃນ​ເຫດລະ​ເບີດ​ແຕກ​ຢູ່​ແຄມ​ທາງ​ເມື່ອ​ວັນ​ທີ 16/9 ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ເທດ​ນີ້ ​​ໄດ້​ເຮັດ​ໃຫ້​ຕຳຫຼວດ 8 ຄົນ​ເສຍ​ຊີວິດ ​ແລະ ຕຳຫຼວດ​ອີກ 9 ຄົນ​ຖືກ​ບາດ​ເຈັບ. ​ເຫດການ​ດັ່ງກ່າວ​ຖືກ​ຖື​ວ່າ ​ໂດ​ຍ​ແມ່ນບັນດາ​ສະມາຊິກ PKK ກໍ່​ຂຶ້ນ. ​PKK ໄດ້ປຸກລະດົມ​ການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ​ເມື່ອ​ປີ 1984 ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງລັດ​ໃຫ້​ແກ່​ຊາວ​ເກີດ ຢູ່ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ເທດຕວກກີ. ຕວກກີ, ອາ​ເມ​ລິ​ກາ ​ແລະ ສະຫະພັນ​ເອີ​ລົບ ​ໄດ້​ຈັດພັກ​ນີ້​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ອົງການ​ຈັດຕັ້ງກໍ່​ການ​ຮ້າຍ.

 

 

 

ຂ່າວ/ບົດ​ອື່ນ