ມີ​ປະ​ຊາ​ຊົນ​ປະ​ມານ 7 ລ້ານ​ຄົນ ຢູ່​ຊູ​ດັງ​ໃຕ້ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຂາດ​ສະ​ບຽງ​ອາ​ຫານ

(VOVWORLD) - ມີປະຊາຊົນກວ່າ 7 ລ້ານຄົນຢູ່ ຊູດັງໃຕ້ ມີຄວາມສ່ຽງຕົກເຂົ້າສູ່ສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮ້າຍແຮງໃນເດືອນ ກໍລະກົດ, ໃນນັ້ນ ມີ 79.000 ຄົນ ຢູ່ລະດັບຮ້າຍແຮງທີ່ສຸດ, ໝາຍຄວາມວ່າຕົກເຂົ້າສູ່ສະພາບໄພອຶດຫີວ.
ມີ​ປະ​ຊາ​ຊົນ​ປະ​ມານ 7 ລ້ານ​ຄົນ ຢູ່​ຊູ​ດັງ​ໃຕ້ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຂາດ​ສະ​ບຽງ​ອາ​ຫານ - ảnh 1ເດັກໆລຽນແຖວລໍຖ້າຮັບເຄື່ອງຊ່ວຍເຫຼືອ ຢູ່ບ້ານ  Pierri ຊູດັງໃຕ້ (ພາບ: AFP/TTXVN) 

ວັນທີ 14 ພຶດສະພາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໄດ້ກ່າວເຕືອນວ່າ ມີປະຊາຊົນກວ່າ 7 ລ້ານຄົນຢູ່ ຊູດັງໃຕ້ ມີຄວາມສ່ຽງຕົກເຂົ້າສູ່ສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮ້າຍແຮງໃນເດືອນ ກໍລະກົດ, ໃນນັ້ນ ມີ 79.000 ຄົນ ຢູ່ລະດັບຮ້າຍແຮງທີ່ສຸດ, ໝາຍຄວາມວ່າຕົກເຂົ້າສູ່ສະພາບໄພອຶດຫີວ.

        ຕາມ OCHA ແລ້ວ, ນັບແຕ່ເມື່ອການປະທະກັນລະຫວ່າງພັກຝ່າຍຕ່າງໆເກີດຂຶ້ນຢູ່ປະເທດບ້ານໃກ້ເຮືອນຄຽງ ຊູດັງ ເລີ່ມແຕ່ເດືອນ ເມສາ 2023 ນັ້ນ, ຢ່າງໜ້ອຍສຸດມີ 670.000 ຄົນ ໄດ້ລົບໜີອອກຈາກ ຊູດັງ ເພື່ອເດີນທາງໄປຊູດັງໃຕ້. 80% ໃນຈຳນວນນັ້ນ ແມ່ນຊາວຊູດັງໃຕ້ ເຊິ່ງເມື່ອກ່ອນນີ້ ເຂົາເຈົ້າໄດ້ຍ້າຍໄປຍັງ ຊູດັງ ເພື່ອລີ້ໄພ. ສະພາບການດັ່ງກ່າວ ໄດ້ເຮັດໃຫ້ວິກິດການດ້ານມະນຸດສະທຳສຳລັບ ຊູດັງ ນັບມື້ນັບຮ້າຍແຮງຂຶ້ນຕື່ມ. ຕາມການຄາດຄະເນຂອງ ສປຊ ແລ້ວ, ບັນດາອົງກອນມະນຸດສະທຳຂອງອົງການນີ້ ຕ້ອງການແຫຼ່ງງົບປະມານ ຢ່າງໜ້ອຍສຸດ 1,8 ຕື້ USD ໃນປີນີ້ ເພື່ອຮັບມືກັບວິກິດການມະນຸດສະທຳຢູ່ ຊູດັງໃຕ້, ແຕ່ວ່າ ປັດຈຸບັນນີ້, ບັນດາບ້ວງເງິນໜູນຊ່ວຍຂອງປະຊາຄົມສາກົນ ພຽງສາມາດຕອບສະໜອງໄດ້ 11% ຄວາມຕ້ອງການເທົ່ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ