ມີ​ປະ​ຊາ​ຊົນ​ຫຼາຍກວ່າ 500.000 ຄົນ ອອກ​ຈາກ ຊູ​ດັງ ໄປ​ລີ້​ໄພ

(VOVWORLD) - ມີຊາວລີ້ໄພຫຼາຍກວ່າ 500.000 ຄົນ ຈາກ ຊູດັງ ໄປຊອກຫາບ່ອນອາໄສຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ ນັບແຕ່ເມື່ອການປະທະກັນເກີດຂຶ້ນໃນວັນທີ 15 ເມສາ ແລະ ເຮັດໃຫ້ 2 ລ້ານຄົນ ຈຳເປັນຕ້ອງໄປອົບພະຍົບຢູ່ພາຍໃນປະເທດ.
ມີ​ປະ​ຊາ​ຊົນ​ຫຼາຍກວ່າ 500.000 ຄົນ ອອກ​ຈາກ ຊູ​ດັງ ໄປ​ລີ້​ໄພ - ảnh 1ປະຊາຊົນອົບພະຍົບຢູ່ Khartoum, ຊູດັງ ໃນວັນທີ 19/4/2023 (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ຢູ່ Nairobi, ໄດ້ນະຄອນຫຼວງ Kenya, ເນື່ອງໃນໂອກາດວັນລີ້ໄພສາກົນ (ວັນທີ 20 ມິຖຸນາ), ວັນທີ 20 ມິຖຸນາ, ຜູ້ນຳອົງການຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບວຽກງານຊາວລີ້ໄພ Filippo Grandi ໃຫ້ຮູ້ວ່າ ມີຊາວລີ້ໄພຫຼາຍກວ່າ 500.000 ຄົນ ຈາກ ຊູດັງ ໄປຊອກຫາບ່ອນອາໄສຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ ນັບແຕ່ເມື່ອການປະທະກັນເກີດຂຶ້ນໃນວັນທີ 15 ເມສາ ແລະ ເຮັດໃຫ້ 2 ລ້ານຄົນ ຈຳເປັນຕ້ອງໄປອົບພະຍົບຢູ່ພາຍໃນປະເທດ. ທ່ານ Grandi ຊີ້ແຈ້ງວ່າ ຖ້າຫາກການປະທະກັນບໍ່ສິ້ນສຸດ, ການອົບພະຫຍົບຂອງປະຊາຊົນ ຊູດັງ ຈະສືບຕໍ່ດຳເນີນໄປ.

        ຊຸດັງ ຖືກຕົກໃນການປະທະກັນລະຫວ່າງບັນດາຝ່າຍການທະຫານທີ່ເປັນປໍລະປັກກັນໃນໄລຍະເວລາກວ່າ 2 ເດືອນຜ່ານມາ. ການປະທະກັນລະຫວ່າງກຳລັງປະກອບອາວຸດ ຊູດັງ (SAF) ແລະ ກຸ່ມເຄິ່ງການທະຫານບັນດາກຳລັງປະຕິກິລິຍາໄວ (RSF) ທີ່ເປັນປໍລະປັກກັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2.000 ຄົນ ແລະ 2,5 ລ້ານຄົນ ຕ້ອງປະເຮືອນຊານໄປລີ້ໄພ ແລະ ເປັນເຫດຜົນພາໄປເຖິງເກີດວິກິດການມະນຸດສະທຳດ້ວຍຂອບຂະໜາດໃຫຍ່.


ຕອບກັບ

ຂ່າວ/ບົດ​ອື່ນ