ມີປະ​ຊາ​ທິ​ປະ​ໄຕ​, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ

(VOVWORLD) -  “ວາລະຊັກຖາມທຳອິດໄດ້ດຳເນີນໄປຢ່າງຟົດຟື້ນ, ມີປະຊາທິປະໄຕ, ດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງ. ຜ່ານວາລະຊັກຖາມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ການເລືອກເອົາບັນຫາມາຊັກຖາມ ແມ່ນຖືກຕ້ອງຖືກກັບເປົ້າໝາຍທີ່ສຸດ, ທັງມີລັກສະນະສະຖານະການ, ທັງມີລັກສະນະເປັນພື້ນຖານ ແລະ ຍາວນານ.”

        ວັນທີ 16 ມີນາ, ໃນຂອບເຂດກອງປະຊຸມເທື່ອທີ 9, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມສຳລັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ. ສະມາຊິກລັດຖະບານບາງທ່ານກໍໄດ້ເຂົ້າຮ່ວມການອະພິປາຍ, ເຮັດແຈ້ງເພີ່ມເຕີມຕໍ່ບັນຫາທີ່ສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. ສະມາຊິກສະພາແຫ່ງຊາດ 80 ທ່ານ ໄດ້ຈົດຊື່ຊັກຖາມ. ວາລະຊັກຖາມໄດ້ຖ່າຍທອດສົດທາງວິທະຍຸ, ໂທລະພາບເພື່ອໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດໄດ້ຮັບຟັງ ແລະ ຮັບຊົມ.

ມີປະ​ຊາ​ທິ​ປະ​ໄຕ​, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ - ảnh 1ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ (ພາບ: baochinhphu.vn)
ໃນຂົງເຂດອຸດສາຫະກຳ ແລະ ການຄ້າ, ເນື້ອໃນຊັກຖາມໄດ້ເຕື້ອງເຖິງສະພາບການຜະລິດ, ນຳເຂົ້າ, ສະໜອງນ້ຳມັນເຊື້ອໄຟ, ວຽກງານບໍລິຫານລາຄານ້ຳມັນເຊື້ອໄຟໃນໄລຍະຜ່ານມາ; ມາດຕະການຮັບປະກັນການຈໍລະຈອນ, ສົ່ງອອກ - ນຳເຂົ້າສິນຄ້າໃນສະພາບການໂລກລະບາດໂຄວິດ - 19, ໂດຍສະເພາະແມ່ນຜະລິດຕະພັນກະເສດ.

        ກ່ຽວກັບບັນຫານ້ຳມັນເຊື້ອໄຟ, ປັດຈຸບັນ, ຫວຽດນາມ ມີໂຮງງານຜະລິດ 2 ແຫ່ງ ສາມາດຕອບສະໜອງຄວາມຕ້ອງການນຳໃຊ້ນ້ຳມັນໃນທົ່ວປະເທດໄດ້ປະມານ 70%. ຕາມທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລ້ວ, ຜ່ານການຜັນແປກ່ຽວກັບນ້ຳມັນເຊື້ອໄຟໂລກໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາຕ້ອງສ້າງແຜນຮ່າງຍຸດທະສາດກ່ຽວກັບການສະສົມໃຫ້ສົມບູນແບບ. ເຂົ້າຮ່ວມການອະພິປາຍກ່ຽວກັບເນື້ອໃນດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັ່ງ ໄດ້ເນັ້ນໜັກວ່າ ເນື້ອໃນຈິດໃຈບໍລິຫານຂອງລັດຖະບານ ແມ່ນຮັບປະກັນສະໜອງແຫຼ່ງນ້ຳມັນເຊື້ອໄຟຢ່າງພຽງພໍເພື່ອຮັບໃຊ້ການຜະລິດ ແລະ ດຳລົງຊີວິດ, ລາຄາຈະໄດ້ດັດປັບຕາມກົນໄກຕະຫຼາດ ແຕ່ຕ້ອງມີການຄວບຄຸມ, ດັດສົມຂອງລັດ. ໃນຍາວນານ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

        “ລັດຖະບານ ຫວຽດນາມ ໄດ້ເຮັດວຽກໂດຍກົງກັບກຸ່ມບໍລິສັດນ້ຳມັນອາຍແກັດ ຮີບເຮັ່ງຜັນຂະຫຍານການສ້າງໂຮງງານກັ່ນຕອງນ້ຳມັນຢູ່ ຫວູງເຕົ່າ. ທີສອງແມ່ນ ເພີ່ມທະວີການຂຸດຄົ້ນນ້ຳມັນດິບຕື່ມອີກ, ປັດຈຸບັນ, ນ້ຳມັນດິບຮັບໃຊ້ການຜະລິດນ້ຳມັນຫາກໍຕອບສະໜອງໄດ້ປະມານ 50%.”

        ກ່ຽວກັບຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີ ໃຫ້ລັດຖະບານ ຈົ່ງຄົ້ນຄວ້າປຸງກົດໝາຍວ່າດ້ວຍທີ່ດິນຍື່ນສະເໜີຕໍ່ສະພາແຫ່ງຊາດ; ສ້າງແຜນຜັງທີ່ດິນຂັ້ນແຂວງໃຫ້ສຳເລັດໂດຍດ່ວນ; ປະຕິບັດບັນດານະໂຍບາຍໃໝ່ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໃຫ້ເປັນຢ່າງດີ, ອະນຸມັດການຄຸ້ມຄອງແຜນຜັງສິ່ງແວດລ້ອມແຫ່ງຊາດໂດຍໄວ…

        ກ່າວຄຳເຫັນສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ…

        “ວາລະຊັກຖາມທຳອິດໄດ້ດຳເນີນໄປຢ່າງຟົດຟື້ນ, ມີປະຊາທິປະໄຕ, ດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງ. ຜ່ານວາລະຊັກຖາມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ການເລືອກເອົາບັນຫາມາຊັກຖາມ ແມ່ນຖືກຕ້ອງຖືກກັບເປົ້າໝາຍທີ່ສຸດ, ທັງມີລັກສະນະສະຖານະການ, ທັງມີລັກສະນະເປັນພື້ນຖານ ແລະ ຍາວນານ.”

 

ຕອບກັບ

ຂ່າວ/ບົດ​ອື່ນ