ມີຜູ້ຕິດພະຍາດ Ebola ຖືກເສຍຊີວິດຕື່ມອີກຜູ້ໜຶ່ງຢູ່ອາເມລິກາ

ມີຜູ້ຕິດພະຍາດ Ebola ຖືກເສຍຊີວິດຕື່ມອີກຜູ້ໜຶ່ງຢູ່ອາເມລິກາ  - ảnh 1
ທ່ານໝໍ​ຊາວ​ອາ​ເມ​ລິ​ກາ ກັບ​ເມືອ​ຈາກ Sierra Leone ​
ໄດ້​ເສຍ​ຊີວິດ ຍ້ອນ​ຕິດ​ເຊື້ອ Ebola
(ພາບ: AFP/TTXVN)


(vovworld) – ວັນ​ທີ 17/11, ທ່ານໝໍ​ຊາວ​ອາ​ເມ​ລິ​ກາ ກັບ​ເມືອ​ຈາກ Sierra Leone ​ໄດ້​ເສຍ​ຊີວິດ ຍ້ອນ​ຕິດ​ເຊື້ອ Ebola. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ສູນ​ສາທາລະນະ​ສຸກ ລັດ Nebraska, ທາງ​ພາກ​ກາງ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ທ່ານໝໍ​ Martin Salia ​ໄດ້​ເສຍ​ຊີວິດ ຍ້ອນ​ອາການພະຍາດທີ່​ຮ້າຍ​ແຮງ, ​ເຖິງ​ວ່າ​ໄດ້​ຮັບ​ການ​ປິ່ນປົວດ້ວຍ​ຢາ Zmapp ກໍ່ຕາມ. ທ່ານ​ໝໍ Salia, ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ Sierra Leone, ຖືກ​ຕິດພະຍາດ Ebola ​ເມື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວອາສາ​ສະໝັກ ​ໃນ​ການ​ປິ່ນປົວ​ພະຍາດ​ນີ້ຢູ່​ປະ​ເທດ​ອາ​ຟລິ​ກາ​ໃຕ້ . ທ່ານ​ແມ່ນ​ຫນຶ່ງ​ໃນ​ຈຳນວນ10 ຄົນທີ່​​ຕິດພະຍາດ Ebola ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ອາ​ເມ​ລິ​ກາ ​ແລະ ​ແມ່ນ​ກໍລະນີ​ເສຍ​ຊີວິດ​ທີ 2 ຍ້ອນ​ຕິດ​​ເຊື້ອ Ebola. ​ໃນ​ເດືອນ 10/2014, ຄົນ​ເຈັບ Thomas Eric Duncan, ຊາວ Liberia ​ໄດ້​ເສຍ​ຊີວິດ​ຢູ່​ໂຮງ​ໝໍ​​ແຫ່ງ​ໜຶ່ງ​ໃນລັດ Texas. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ສູນ​ສະກັດ​ກັ້ນ ​ແລະ ຄວບ​ຄຸມພະ​ຍາດ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບພາຍ​ໃນ​ຂອງ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຕິດຕາມ​ກວດກາອຸນຫະພູມສຳລັບ​​ແຂກ​ທ່ອງທ່ຽວ​ທີ່​ມາ​ຈາກ Mali, ​ໃນ​ສະພາບ​ທີ່​ມີ​ບາງ​ກໍລະນີຕິດພະຍາດ Ebola ຕື່ມ​ອີກຢູ່​ປະ​ເທດ​ອາ​ຟລິ​ກາ​ໃຕ້ ຫວ່າງ​ມໍ່ໆ​ມາ​ນີ້​.

ຂ່າວ/ບົດ​ອື່ນ