ມີຜູ້ອອກແຮງງານຫວຽດນາມ14,5ລ້ານຄົນມີວຽກເຮັດງານທຳຕື່ມອີກໃນປີ2025

ມີຜູ້ອອກແຮງງານຫວຽດນາມ14,5ລ້ານຄົນມີວຽກເຮັດງານທຳຕື່ມອີກໃນປີ2025 - ảnh 1
ພາບປະກອບ

(vovworld) - ຕອນ​ຄຳ່​ວັນ​ທີ 12/1, ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ບັນດາ​ກອງ​ສິລະ​ປະ​ເວທີ​ ​ໄດ້​ໄຂ “ງານ​ມະ​ໂຫລານ​ສິລະ​ປະ​ເວທີ ​ເພື່ອຂຳ​ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ຂອງ​ພັກ“. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກິລາ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ເວື​ອງຢູຍບຽນ, ​ໃຫ້​ຮູ້​ວ່າ:

        “ງານ​ມະ​ໂຫລານ​ມີ​ການ​ປະກອບສ່ວນ​ຂອງ 10 ຫົວໜ່ວຍ​ສິລະ​ປະ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ, ດ້ວຍ 11 ບົດ​ລະຄອນ​ເວທີ​ທີ່​ເປັນ​ມູນ​ເຊື້ອ, ​ແຕ່​ລະ​ບົດ​ລະຄອນ​ມີ​ສີສັນ​ສະ​ເພາະ, ນຳ​ເອົາ​ພະລັງ​ຊີວິດ​ມາໃຫ້​ຊີວິດ​ທີ​ທັນ​ສະ​ໄໝ, ສ່ອງ​ແສງ​ໃຫ້​ເຫັນ​ບັນດາ​ບັນຫາ​ທີ່​ເຄັ່ງຮ້ອນ​ໃນ​ຊີວິດ​ສັງຄົມ​ຢ່າງ​ທັນ​ການ ​ແລະ ​ໂຄສະນາ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​ເຖິງ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ“.

        ງານ​ມະ​ໂຫລານສິລະ​ປະ​ເວທີ ​ເພື່ອຂຳ​ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ຂອງ​ພັກ, ​ ດຳ​ເນີນ​ແຕ່​ວັນ​ທີ 12-17/1 ຢູ່​ໂຮງ​ລະຄອນ ຮ່າ​ໂນ້ຍ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ງານ​ວາງສະ​ແດງ​ພາບ​ແຕ້ມ​ດ້ວຍ​ຫົວ​ຂໍ້​ວ່າ: “ສີສັນ​ຮ່າ​ໂນ້ຍ“ ກໍ່​ດຳ​ເນີນ​ຢູ່​ສູນ​ແລກປ່ຽນ​ວັດທະນະທຳ​ຄຸ້ມ​ເມືອງ​ເກົ່າ​ ຮ່າ​ໂນ້ຍ, ພາບ​ແຕ້ມ 60 ​ແຜ່ນ​ທີ່​ວາງສະ​ແດງ​ຢູ່​ທີ່​ນີ້​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທຳ​ມະ​ຊາດ, ທັດສະນີ​ຍະ​ພາບ ​ແລະ ມະນຸດ… ງານ​ວາງສະ​ແດງ​ໂດຍ​ສູນ UNESCO ວິຈິດ​ສິນ ຮ່າ​ໂນ້ຍ ສົມທົບ​ກັບ​ຄະນະ​ຄຸ້ມ​ຄອງ​ຄຸ້ມ​ເມືອງ​ເກົ່າ​ ຮ່າ​ໂນ້ຍຈັດ​ຕັ້ງ​ ​ແລະ ຈະ​ອັດ​ລົງ​ໃນວັນ​ທີ 25/1/2016.


ຂ່າວ/ບົດ​ອື່ນ