ມີ​ຜູ້​ອາ​ສາ​ສະ​ໝັກ​ກວ່າ 240 ຄົນ ເຂົ້າ​ຮ່ວມ​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 Nano Covax ໄລ​ຍະ​ທີ 3

(VOVWORLD) -ໃນໄລຍະທີ 3 ນີ້, ຈະສັກທົດລອງ ວັກຊິນ Nano Covax ໃຫ້ແກ່ 13.000 ຄົນ ແລະ ພຽງແຕ່ສັກໂດສ 25 mcg.
ມີ​ຜູ້​ອາ​ສາ​ສະ​ໝັກ​ກວ່າ 240 ຄົນ ເຂົ້າ​ຮ່ວມ​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 Nano Covax ໄລ​ຍະ​ທີ 3 - ảnh 1ພະນັກງານການແພດ ສັກວັກຊິນ Nano Covax  ໃຫ້ແກ່ຜູ້ອາສາສະໝັກເຂົ້າຮ່ວມການສັກທົດລອງໄລຍະທີ 3 (ພາບ: TTXVN)

ວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດ) ສືບຕໍ່ການສັກທົດລອງວັກຊິນ ກັນພະຍາດໂຄວິດ - 19 Nano Covax ໄລຍະທີ 3 ໃຫ້ ຜູ້ອາສາສະໝັກກວ່າ 240 ຄົນ. ນີ້ແມ່ນວັກຊິນກັນພະຍາດໂຄວິດ - 19 ທຳອິດຂອງ ຫວຽດນາມ ໄດ້ປະຕິບັດການສັກທົດລົງໃນຮ່າງກາຍຂອງຄົນ.        ໃນໄລຍະທີ 3 ນີ້, ຈະສັກທົດລອງ ວັກຊິນ Nano Covax ໃຫ້ແກ່ 13.000 ຄົນ ແລະ ພຽງແຕ່ສັກໂດສ 25 mcg.


ຕອບກັບ

ຂ່າວ/ບົດ​ອື່ນ