ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ 19 ຄົນ​ໃນ​ເຫດ​ວາງ​ລະ​ເບີດດ້ວຍ​ລົດໂອ​ໂຕຢູ່​ໄທ

(VOVWORLD) - ຕຳຫຼວດທ້ອງຖິ່ນ ໃຫ້ຮູ້ວ່າ ນີ້ແມ່ນເຫດວາງລະເບີດຄັ້ງທຳອິດທີ່ເຮັດໃຫ້ມີຄົນເສຍຊີວິດ ແລະ ຮັບບາດເຈັບ ໂດຍບັນດາພວກກະບົດ ດຳເນີນຢູ່ເຂດນີ້ ນັບແຕ່ຕົ້ນປີ 2024 ມາຮອດປັດຈຸບັນ.
ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ 19 ຄົນ​ໃນ​ເຫດ​ວາງ​ລະ​ເບີດດ້ວຍ​ລົດໂອ​ໂຕຢູ່​ໄທ - ảnh 1ສະຖານທີ່ເກີດເຫດ (ພາບ: TheNation)

ມີຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ 18 ຄົນໄດ້ຮັບບາດເຈັບໃນເຫດວາງລະເບີດດ້ວຍລົດ ທີ່ເກີດຂຶ້ນໃນວັນທີ 30 ມິຖຸນາ ຢູ່ໜ້າເຂດເຮືອນຢູ່ອາໄສຂອງຕຳຫຼວດແຂວງ ຢະລາ, ທາງພາກໃຕ້ໄທ. ຜູ້ເສຍຊີວິດແມ່ນຜູ້ຍິງຄົນໜຶ່ງທີ່ຍັງບໍ່ທັນຢັ້ງຢືນໄດ້ ຊື່ແລະນາມສະກຸນ. ໃນຈຳນວນ ຜູ້ຮັບບາດເຈັບ 18 ຄົນ, ມີ 8 ຄົນແມ່ນຕຳຫຼວດ ແລະ ຊາວທ້ອງຖິ່ນ 10 ຄົນ; ມີ 5 ຄົນໃນຈຳນວນນີ້ມີອາການເຈັບໜັກ.

ຕຳຫຼວດທ້ອງຖິ່ນ ໃຫ້ຮູ້ວ່າ ນີ້ແມ່ນເຫດວາງລະເບີດຄັ້ງທຳອິດທີ່ເຮັດໃຫ້ມີຄົນເສຍຊີວິດ ແລະ ຮັບບາດເຈັບ ໂດຍບັນດາພວກກະບົດ ດຳເນີນຢູ່ເຂດນີ້ ນັບແຕ່ຕົ້ນປີ 2024 ມາຮອດປັດຈຸບັນ. ສະຖານທີ່ເກີດເຫດໄດ້ປິດລ້ອມຍ້ອນວິຕົກກັງວົນຈະເກີດເຫດການວາງລະເບີດທີ່ຄ້າຍຄືກັນຂຶ້ນອີກ. ກອງບັນຊາການບັ້ນຮົບດຄວາມສະຫງົບພາຍໃນປະເທດ (ISOC) ກໍ່ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ບັນດາສະນັກງານອົງການຂອງລັດຖະບານໃນແຂວງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ