ມີ​ຜູ້​ເສຍ​ຊີ​ວິດກວ່າ 100 ຄົນ ໃນ​ເຫດ​ດິນ​ເຊາ​ະ​ເຈືອນ ຢູ່​ ອິນ​ເດຍ

(VOVWORLD) -       ສື່ມວນຊົນ ອິນເດຍ ໄດ້ໃຫ້ຂ່າວວ່າ ໄລ່ຮອດຕອນຄ່ຳວັນທີ 30 ກໍລະກົດ ໄດ້ມີຜູ້ເສຍຊີວິດ ຢ່າງໜ້ອຍສຸດ 106 ຄົນ ໃນເຫດດິນເຊາະເຈື່ອນທີ່ເກີດຂຶ້ນຢູ່ລັດ Kerala ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງພາກໃຕ້ ອິນເດຍ.
ມີ​ຜູ້​ເສຍ​ຊີ​ວິດກວ່າ 100 ຄົນ ໃນ​ເຫດ​ດິນ​ເຊາ​ະ​ເຈືອນ ຢູ່​ ອິນ​ເດຍ - ảnh 1ກຳລັງກູ້ໄພກູ້ຊີບຊ່ວຍປະຊາຊົນຍົກຍ້າຍໄປບ່ອນປອດໄພ  (ພາບ: REUTERS)

ຝົນຕົກໜັກແກ່ຍາວແຕ່ວັນທີ 29 ກໍລະກົດ ໄດ້ເຮັດໃຫ້ໂນນພູເຊາະເຈື່ອນສົ່ງຜົນກະທົບເຖິງການດຳລົງຊີວິດຂອງປະຊາຊົນເກືອບ 350 ຄອບຄົວ. ເຫດດິນເຊາະເຈືອນເກີດຂຶ້ນເມື່ອຜູ້ປະສົບເຄາະຮ້າຍເກືອບທັງໝົດເປັນກຳມະກອນໃນຟາມປູກຕົ້ນຊາ ແລະ ຄອບຄົວຂອງເຂົາເຈົ້າພວມນອນຢູ່ບ່ອນພັກຊົ່ວຄາວ. ຕາມເຈົ້າໜ້າທີ່ທ້ອງຖິ່ນແລ້ວ, ນອກຈາກມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນແລ້ວ, ຍັງມີ 128 ຄົນຖືກບາດເຈັບ ແລະ ຫຼາຍຄົນຫາຍສາບສູນ.

        ວຽກງານກູ້ໄພກູ້ຊີບພວມໄດ້ຮັບການຍູ້ແຮງ. ເຖິງຢ່າງໃດກໍຕາມ, ກຳລັງດັ່ງກ່າວພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອເຂົ້າເຖິງບ່ອນເກີດເຫດ ເພາະຖະໜົນຫົນທາງຖືກເປເພເຮັດໃຫ້ເຂດຊຸມຊົນຖືກຕົກເຂົ້າສູ່ທ່າໂດດດ່ຽວຢ່າງຮອບດ້ານ.

        ເຫດດິນເຊາະເຈືືອນຢູ່ ລັດ Kerala ແມ່ນໄພພິບັດທຳມະຊາດທີ່ໜັກໜ່ວງທີ່ສຸດຢູ່ລັດນີ້, ນັບແຕ່ປີ 2018 ເມື່ອໄພນ້ຳຖ້ວມເກີດຂຶ້ນຢ່າງຮ້າຍແຮງ ແລະ ເຮັດໃຫ້ມີຜູ້ເສຍຊີວິດເກືອບ 400 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ