ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ກ່ວາ 1,4 ລ້ານຄົນ

(VOVWORLD) -ປະຈຸບັນ, ເອີລົບ ພວມແມ່ນຈຸດໃຈກາງຂອງໂລກລະບາດໃນໂລກ ມີຜູ້ຕິດເຊື້ອໂຄວິດ -19 ກວ່າ 16 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 365.000 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 25 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 60 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,4 ລ້ານຄົນ. ອາເມລິກາ ຍັງສືບຕໍ່ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ໃນນັ້ນມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 12.951.421 ຄົນ ແລະ ມີຜູ້ເສຍຊີວິດກວ່າ 265.871 ຄົນ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ