ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດຫລາຍກວ່າ 1,9 ລ້ານຄົນໃນທົ່ວໂລກ

(VOVWORLD) -ຕາມ ເວັບໄຊ worldometers.infoໄລ່ແລ້ວ ຮອດ 1 ໂມງຂອງວັນທີ 9 ມັງກອນ (ຕາມເວລາ UTC) ທົ່ວໂລກຢັ້ງຢືນ ມີຜູ້ຕິດໂຄວິດ 19 ຫລາຍກວ່າ 89,3 ລ້ານຄົນ, ໃນນັ້ນ ກວ່າ 1.920.726 ຄົນຖືກເສຍຊີວິດ. 

ປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງທີ່ສຸດແມ່ນ ອາເມລິກາ ຖັດມາແມ່ນ ອິນເດຍ ແລະບຣາຊີນ.

ຢູ່ ເອີລົບ ລັດຖະມົນຕີການຕ່າງປະເທດຂອງ 13 ປະເທດສະມາຊິກ ສະຫະພາບເອີລົບ ຫາກໍ່ສົ່ງຈົດໝາຍເຖິງ ຄະນະກຳມະການເອີລົບ ຮຽກຮ້ອງການຫນູນຊ່ວຍ 6 ປະເທດ ຄູ່ຮ່ວມມື ລວມມີ: ຢູແກຼນ, ຈໍເຈຍ, ເບລາຣຸດ, ໂມໂດວາ, ອາແຊກໄບຢານ ແລະອາເມເນຍ ເພື່ອຮັບປະກັນໃຫ້ໄດ້ສຳຜັດກັບ ວັກຊິນກັນໂຄວິດ 19. ຕາມບັນດາລັດຖະມົນຕີດັ່ງກ່າວແລ້ວ, ບັນດາປະເທດຄູ່ຮ່ວມມືເຫຼົ່ົ່ານີ້ ຈະໄດ້ຮັບການຫນູນຊ່ວຍຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາກັບບັນດາປະເທດ ບານການ ຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ