ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 80 ຄົນ ໃນ​ການ​ບຸກ​ໂຈມ​ຕີ​ຂອງ RSF ຢູ່​ພາກ​ກາງ ຊູ​ດັງ

(VOVWORLD) - ວັນທີ 15 ສິງຫາ, ກຳລັງ RSF ໄດ້ປຸກລະດົມບັ້ນບຸກໂຈມຕີທີ່ນອງເລືອດໃນໝູ່ບ້ານ Jalqni ຂຶ້ນກັບເຂດ Abu Hujar ຢູ່ລັດ Sinnar, ພາຍຫຼັງຖືກປິດລ້ອມທີ່ແກ່ຍາວເປັນເວລາ 5 ວັນ. 
ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 80 ຄົນ ໃນ​ການ​ບຸກ​ໂຈມ​ຕີ​ຂອງ RSF ຢູ່​ພາກ​ກາງ ຊູ​ດັງ - ảnh 1(ພາບເອກະສານ: AFP/TTXVN)

ວັນທີ 16 ສິງຫາ, ກຸ່ມອາສະສະໝັກ ສະມາຄົມໄວໜຸ່ມ Sinnar ໃຫ້ຮູ້ວ່າ ມີຜູ້ເສຍຊີວິດໃນບັ້ນບຸກໂຈມຕີຂອງກຳລັງປະຕິກິລິຍາໄວເຄິ່ງທະຫານ (RSF) ຢູ່ລັດ Sinnar, ພາກກາງ ຊູດັງ ຢ່າງໜ້ອຍສຸດ 80 ຄົນ. ວັນທີ 15 ສິງຫາ, ກຳລັງ RSF ໄດ້ປຸກລະດົມບັ້ນບຸກໂຈມຕີທີ່ນອງເລືອດໃນໝູ່ບ້ານ Jalqni ຂຶ້ນກັບເຂດ Abu Hujar ຢູ່ລັດ Sinnar, ພາຍຫຼັງຖືກປິດລ້ອມທີ່ແກ່ຍາວເປັນເວລາ 5 ວັນ. ການບຸກໂຈມຕີໄດ້ເກີດຂຶ້ນ ພາຍຫຼັງ RSF ພະຍາຍາມລອບຈັບຕົວບັນດາຍິງສາວໃນໝູ່ບ້ານ, ແຕ່ປະຊາຊົນໄດ້ສູ້ຢັນຄືນ ຈົນເກີດເປັນເຫດຄາດຕະກຳ. ກຸ່ມອາສາສະໝັກ ໃຫ້ຮູ້ຕື່ມອີກວ່າ ກຳລັງ RSF ໄດ້ໂຕ້ຕອບການຕ້ານຢັນຂອງປະຊາຊົນດ້ວຍວິທີຍິງປືນແບບຊະຊາຍ ແລະ ບຸກເຂົ້າເຮືອນຂອງເຂົາເຈົ້າ. ປັດຈຸບັນ RSF ຍັງບໍ່ທັນຍົກອອກບໍ່ວ່າ ຄຳເຫັນໃດກ່ຽວກັບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ