ມີຜູ້​ເສຍ​ຊີ​ວິດ​ເກືອບ 100 ຄົນ​ຍ້ອນ​ການຈະ​ລາ​ຈົນ, ບັງ​ກະລາ​ເທດ ປະ​ກາດ​ສະ​ພາ​ວະ​ສຸກ​ເສີນ

(VOVWORLD) - ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 97 ຄົນເມື່ອເກີດການຈະລາຈົນ ຍ້ອນເກີດມີການເດີນຂະບວນປະທ້ວງຄັ້ງໃຫຍ່ຢູ່ ບັງກະລາເທດ ໃນວັນທີ 4 ສິງຫາ. 
ເຫດການເກີດຂຶ້ນໃນຂະນະທີ່ຕຳຫຼວດປະເທດນີ້ນຳໃຊ້ ແກັດນ້ຳຕາ ແລະ ລູກປືນຢາງ ເພື່ອສະຫຼາຍກຸ່ມຄົນນັບໝຶ່ນຄົນ ທີ່ເຂົ້າຮ່ວມການເດີນຂະບວນປະທ້ວງ ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີນາງ Sheikh Hasina ລາອອກຈາກຕຳແໜ່ງ. ນີ້ແມ່ນຈຳນວນຜູ້ເສຍຊີວິດ ຫຼາຍທີ່ສຸດໃນວັນໜຶ່ງ ໃນບັນດາການເດີນຂະບວນປະທ້ວງຢູ່ ບັງກະລາເທດໃນໄລຍະຜ່ານມາ.

ສະພາບການຄວາມໝັ້ນຄົງນັບມື້ນັບຮ້າຍແຮງຂຶ້ນ ບັງຄັບໃຫ້ລັດຖະບານຂອງນາຍົກລັດຖະມົນຕີນາງ Sheikh Hasina ຕ້ອງປະກາດສະພາວະສຸກເສີນໃນທົ່ວປະເທດໂດຍບໍ່ມີ ກຳນົດເວລາເລີ່ມແຕ່ເວລາ 6 ໂມງແລງຂອງວັນທີ 4 ສິງຫາ. ນີ້ແມ່ນຄັ້ງທຳອິດທີ່ລັດຖະບານ ບັງກະລາເທດມີການກະທຳຢ່າງແຮງຄືແນວນີ້ນັບແຕ່ເວລາເກີດບັນດາການເດີນຂະບວນປະທ້ວງ ແຕ່ຕົ້ນເດືອນກໍລະກົດ. ບັງກະລາເທດ ກໍ່ປະກາດວັນພັກໃນທົ່ວປະເທດທີ່ແກ່ຍາວເປັນ 3 ວັນນັບແຕ່ວັນທີ 5 ສິງຫາ.

ບັນດາເຫດເດີນຂະບວນປະທ້ວງ ແລະ ຈາລະຈົນທີ່ພວມເກີດຂຶ້ນໄດ້ຮັບຖືວ່າແມ່ນສິ່ງທ້າທາຍໃຫຍ່ທີ່ສຸດສຳລັບ ນາງນາຍົກລັດຖະມົນຕີທ່ານນາງ Sheikh Hasina ພາຍຫຼັງ 20 ປີກຳອຳນາດ. ທ່ານນາງ Hasina ໄດ້ຮັບການປະກາດຍາດໄດ້ໄຊຊະນະຕໍ່ເນື່ອງ 4 ຄັ້ງໃນການເລືອກຕັ້ງທີ່ດຳເນີນເມື່ອເດືອນມັງກອນທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ພັກຊາດນິຍົມ ບັງກະລາເທດ - ພັກການເມືອງຝ່າຍຄ້ານຂອງປະເທດນີ້ ບໍ່ຍອມຮັບການເລືອກຕັ້ງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ