ມີຜູ້ແທນກວ່າ 200 ທ່ານ ເຂົ້າຮ່ວມເວທີປາໄສປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ຄັ້ງທີ 1

(VOVWORLD) -ເວທີປາໄສປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ຄັ້ງທີ 1 ດ້ວຍຫົວຂໍ້ວ່າ “ເສີມຂະຫຍາຍກໍາລັງແຮງຂອງປັນຍາຊົນໜຸ່ມຫວຽດນາມ ໃນສັງກາດ 4.0 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28 ພະຈິກ ຢູ່ນະຄອນ ດ່າໜັງ, ຫວຽດນາມ. 
ມີຜູ້ແທນກວ່າ 200 ທ່ານ ເຂົ້າຮ່ວມເວທີປາໄສປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ຄັ້ງທີ 1 - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮວ່າບິນຖ່າຍຮູບກັບປັນຍາຊົນໜຸ່ມ ທີພິທີໄຂ (ພາບ: thanhnien.vn)

ເວທີປາໄສດັ່ງກ່າວ ຖືກດໍາເນີນໃນລະຫວ່າງວັນທີ 27 – 29 ພະຈິກ 2018, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 200 ຄົນ ເຊິ່ງແມ່ນ ປັນຍາຊົນໜຸ່ມຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອແນໃສ່ຊອກຫາບັນດາມາດຕະການບຸກທະລຸໃຫ້ແກ່ການເລີ່ມຕົ້ນທຸລະກິດ Start up  ຢ່າງມີຫົວຄິດປະດິດສ້າງ.

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮວ່າບິນ ປາດຖະໜາວ່າ ບັນດາປັນຍາຊົນໜຸ່ມເຂົ້າຮ່ວມເວທີປາໄສຄັ້ງນີ້ ຈະແບ່ງປັນກ່ຽວກັບສະພາບການຕົວຈິງ, ທັງບົດຮຽນທີ່ປະສົບຜົນສໍາເລັດ ແລະ ບໍ່ປະສົບຜົນສໍາເລັດຂອງບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດທີ່ມີລະດັບການພັດທະນາສູງ ແລະ ມີວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ; ຍົກອອກແນວຄວາມຄິດ, ຂໍ້ສະເໜີແນະ ກ່ຽວກັບກົນໄກ, ນະໂຍບາຍແຫຼ່ງກໍາລັງ ໃຫ້ແກ່ພັກ, ລັດຖະບານ ເພື່ອຜັນຂະຫຍາຍກິດຈະການປະຕິວັດອຸດສາຫະກໍາ 4.0 ໃຫ້ປະສົບຜົນສໍາເລັດ.

ເວທີປາໄສແມ່ນໂອກາດ ເພື່ອໃຫ້ບັນດາປັນຍາຊົນໜຸ່ມທີ່ພວມດໍາລົງຊີວິດຢູ່ຕ່າງປະເທດ ແລະບັນດາປັນຍາຊົນໜຸ່ມພາຍໃນປະເທດ ໄດ້ປຶກສາຫາລືກ່ຽວກັບວິໄສທັດ, ພາລະກໍາ, ບົດບາດ ແລະ ຄວາມສາມາດປະກອບສ່ວນຂອງຖັນແຖວປັນຍາຊົນໜຸ່ມຫວຽດນາມໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ, ຊຸກຍູ້ວິວັດເຊື່ອມໂຍງເສດຖະກິດທີ່ເລິກເຊິ່ງກວ້າງຂວາງຂອງຫວຽດນາມ ເຂົ້າກັບພາກພື້ນ ແລະ ທົ່ວໂລກ. ພ້ອມທັງຍົກອອກບັນດາຂໍ້ສະເໜີ, ຂໍ້ລິເລີ່ມ, ມາດຕະການ ເພື່ອປະກອບສ່ວນໃຫ້ແກ່ລັດຖະບານໃນວິວັດແຫ່ງການປະຕິບັດເປົ້າໝາຍພັດທະນາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ