ມີຜູ້ແທນກວ່າ1000ຄົນຈະເຂົ້າຮ່ວມງານມະໂຫລານຮູບເງົາສາກົນຮ່າໂນ້ຍຄັ້ງທີ4

ມີຜູ້ແທນກວ່າ1000ຄົນຈະເຂົ້າຮ່ວມງານມະໂຫລານຮູບເງົາສາກົນຮ່າໂນ້ຍຄັ້ງທີ4 - ảnh 1
"I, Daniel Blake" ເປີດ​ສາກງານ​ມະ​ໂຫລາ​ນ​ຮູບ​ເງົາ​ສາ​ກົນ
​ຮ່າ​ໂນ້ຍຄັ້ງ​ທີ4

(vovworld)-  ດ້ວຍ​ຫົວ​ຂໍ້: “ຮູບ​ເງົາ - ການ​ເຊື່ອມ​ໂຍງ  ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”           ງານ​ມະ​ໂຫລາ​ນ​ຮູບ​ເງົາ​ສາ​ກົນ​ຮ່າ​ໂນ້ຍຄັ້ງ​ທີ4 ໂດຍ​ກົມ​ຮູບ​ເງົາ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ສົມ​ທົບ​ກັນ​ຈັດ​ຕັ້ງ ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 1/11 ຢູ່ ຮ່າ​ໂນ້ຍ. ມີ​ຜູ້​ແທນກວ່າ 1000 ຄົນ ຊື່ງ​ແມ່ນ​ບັນ​ດາ​ນັກ​ສະ​ແດງ, ນັກ​ຜະ​ລິດ​ຮູບ​ເງົາ, ການ​ຄຸ້ມ​ຄອງ​ຮູບ​ເງົາ​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ​ໄດ້​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ດັ່ງ​ກ່າວ. ໂດຍ​ດຳ​ເນີນ​ໃນ​ເວ​ລາ 5 ວັນ, ງານ​ມະ​ໂຫລາ​ນ​ຮູບ​ເງົາ​ສາ​ກົນ​ຮ່າ​ໂນ້ຍຄັ້ງ​ທີ4 ຈະ​ແນະ​ນຳ​​ໃຫ້​ຜູ້​ຊົມ​ຫວຽດ​ນາມ ຮູບ​ເງົາ 146 ເລື່ອງ ຂອງ 43 ປະ​ເທດ ແລະ ເຂດ​ແຄ້ວນ. ບັນ​ດາ​ຮູບ​ເງົາ​ນີ້​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ຫລາຍ​ແບບ​ກ່ຽວ​ກັບ​ປະ​ເພດ ຈາກ​ຮູບ​ເງົາ​ເລື່ອງ​ຍາວ, ຟີມ​ເອ​ກະ​ສານ​ຕະ​ຫລອດ​ຮອດ​ເລື່ອງ​ກະ​ຕຸນ​ຂອງ​ບັນ​ດາ​ພື້ນ​ຖານ​ຮູບ​ເງົາ​ທີ່​ກ້າວກ​ນ້າ​ຄື: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ, ອິນ​ເດຍ, ຍີ່​ປຸ່ນ. ໃນ​ນັ້ນ  ຫວຽດ​ນາມ​ມີ​ຮູບ​ເງົາ 2 ເລື່ອງ ຄື “ຂ້ອຍ​ເຫັນ​ດ​ອກ​ໄມ້​ສີ​ເຫລືອງ​ຢູ່​ທົ່ງ​ຫຍ້າ​​ສີຂຽວ” ແລະ “ຖືກ​ຫວຍ” ພ້ອມ​ກັບ​ຮູບ​ເງົາ​ເລື່ອງສັ້ນ 10 ເລື່ອງ ແລະ ຮູບ​ເງົາ​ປະ​ເພດ​ອື່ນ 17 ເລື່ອງ. ທ່ານ ເວືອງ​ຢູຍ​ບຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ:

        “ພ້ອມ​ກັບ​ເລື່ອງ​ເປີດກວ້າງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ງານ​ມະ​ໂຫລາ​ນ​ຮູບ​ເງົາ​ສາ​ກົນ​ຮ່າ​ໂນ້ຍຄັ້ງ​ທີ4  ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ ໄດ້​ພົວ​ພັນ​ແລກ​ປ່ຽນ​ເຊິ່ງ​ກັນ ແລະ​ກັນ. ງານ​ມະ​ໂຫລາ​ນ​ຮູບ​ເງົາ​ສາ​ກົນ​ຮ່າ​ໂນ້ຍຄັ້ງ​ທີ4 ກໍ​ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ​ກ່ຽວ​ກັບ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ​ຊື່ງ​ແມ່ນນະ​ຄອນ​ຫລວງແຫ່ງ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ, ຍາມ​ໃດ​ກໍ​​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມຮ່າ​ໂນ​້ຍ.”

 


ຕອບກັບ

ຂ່າວ/ບົດ​ອື່ນ