ມີຜູ້​ໂດຍ​ສານ 1 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ເຮືອ​ບິນ ສິງ​ກະ​ໂປ ​ປະ​ສົບ​ກັບ​ສະ​ພາບ​ອາ​ກາດ​ຮ້າຍ​ແຮງ

(VOVWORLD) -  ເຮືອບິນ Boeing 777 – 300R ໝາຍເລກ SQ321  ຂອງ ສິງກະໂປ Airlines, ລວມມີຜູ້ໂດຍສານ 211 ຄົນ ແລະ ສະມາຊິກໃນຈຸບິນ 18 ຄົນ, ເລີ່ມບິນຈາກນະຄອນຫຼວງ ລອນດອນ (ອັງກິດ) ມາຍັງ ສິງກະໂປ ໃນວັນທີ 21 ພຶດສະພາ ປະສົບກັບສະພາບອາກາດຢ່າງຮ້າຍແຮງ ໃນຂະນະບິນຮອດເຂດນ່ານຟ້າທາງທິດຕາຕົກຂອງ ໄທ. 
ມີຜູ້​ໂດຍ​ສານ 1 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ເຮືອ​ບິນ ສິງ​ກະ​ໂປ ​ປະ​ສົບ​ກັບ​ສະ​ພາບ​ອາ​ກາດ​ຮ້າຍ​ແຮງ - ảnh 1ສະພາບການພາຍໃນຂອງເຮືອບິນ ໃນຂະນະເກີດເຫດ (ພາບ: Straist Times)

ມີຜູ້ໂດຍສານ 1 ຄົນເສຍຊີວິດ ແລະ ປະມານ 30 ຄົນ ຮັບບາດເຈັບ ຂະນະທີ່ເຮືອບິນຂອງບໍລິສັດການບິນ Singapore Airlines ທີ່ເລີ່ມບິນຈາກ ລອນດອນ ໄປຍັງ ສິງກະໂປ ປະສົບກັບສະພາບອາກາດຮ້າຍແຮງ. ສະນັ້ນ ຈຳເປັນຕ້ອງລົງຈອດໂດຍດ່ວນຢູ່ ບາງກອກ (ໄທ) ໃນວັນທີ 21 ພຶດສະພາ.

        ຂໍ້ມູນຂ່າວດັ່ງກ່າວໂດຍບໍລິສັດການບິນ Singapore Airlines ແລະ ຜູ້ມີໜ້າທີ່ຮັບຜິດຊອບຂອງ ໄທ ຢັ້ງຢືນ ໂດຍໃຫ້ຮູ້ວ່າ  ເຮືອບິນ Boeing 777 – 300R ໝາກເລກ SQ321  ຂອງ ສິງກະໂປ Airlines, ລວມມີຜູ້ໂດຍສານ 211 ຄົນ ແລະ ສະມາຊິກໃນຈຸບິນ 18 ຄົນ, ເລີ່ມບິນຈາກນະຄອນຫຼວງ ລອນດອນ (ອັງກິດ) ມາຍັງ ສິງກະໂປ ໃນວັນທີ 21 ພຶດສະພາ ປະສົບກັບສະພາບອາກາດຢ່າງຮ້າຍແຮງ ໃນຂະນະບິນຮອດເຂດນ່ານຟ້າທາງທິດຕາຕົກຂອງ ໄທ. ເຮືອບິນລຳດັ່ງກ່າວ ຈຳເປັນຕ້ອງລົງຈອດໂດຍດ່ວນຢູ່ສະໜາມບິນສາກົນ Suvarnabhumi ຢູ່ນະຄອນຫຼວງ ບາງກອກ (ໄທ).

ຕອບກັບ

ຂ່າວ/ບົດ​ອື່ນ