ມີ​ພົນ​ລະ​ເມືອງ ຫວຽດ​ນາມ 2 ຄົນ​ຢູ່​ສິງ​ກະ​ໂປ ​ຕິດ​ເຊື້ອ​ພະ​ຍາດ Covid – 19

(VOVWORLD) - ມີພົນລະເມືອງ ຫວຽດນາມ 2ຄົນຢູ່ສິງກະໂປໄດ້ຕິດເຊື້ອພະຍາດ Covid - 19 ແລະ ທັງສອງຄົນດັ່ງກ່າວລ້ວນແຕ່ບໍ່ໄດ້ມີການ ພົວພັນກັບບັນດາກໍລະນີຕິດເຊື້ອພະຍາດ Covid - 19 ກ່ອນໜ້ານັ້ນ. 
ມີ​ພົນ​ລະ​ເມືອງ ຫວຽດ​ນາມ 2 ຄົນ​ຢູ່​ສິງ​ກະ​ໂປ ​ຕິດ​ເຊື້ອ​ພະ​ຍາດ Covid – 19 - ảnh 1ພາບປະກອບ: TTXVN 

ຄົນໜຶ່ງເປັນ ເພດຊາຍ, ມີອາຍຸ 36 ປີ, ຖືວີຊາ ເປັນຜູ້ອອກແຮງງານ, ມີຜົນກວດເປັນບວກກັບເຊື້ອໄວຣັດ SARS – CoV - 2 ໃນວັນທີ 13 ເມສາ, ອີກຄົນໜຶ່ງແມ່ນເດັກສາວ, ອາຍຸ 2 ປີ, ມີຜົນກວດເປັນບວກກັບເຊື້ອພະຍາດດັ່ງກ່າວໃນວັນທີ 6 ເມສາ.

        ແລະກໍ່ໃນຕອນເຊົ້າວັນທີ 15 ເມສາ, ຫວຽດນາມໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກ 1 ຄົນ. ນັ້ນແມ່ນຄົນເຈັບທີ 267, ເພດຊາຍ, ອາຍຸ 46 ປີ, ຢູ່ບ້ານໂຫ້ຍ, ຮະໂລຍ, ເມລິງ, ຮ່າໂນ້ຍ. ປັດຈຸບັນຄົນເຈັບດັ່ງກ່າວໄດ້ຮັບການແຍກຕົວປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ສາຂາທີ2.

ຕອບກັບ

ຂ່າວ/ບົດ​ອື່ນ