ມີ​​ພົນ​ລະ​ເມືອງ​ລາວ ເກືອບ 300 ຄົນ​ພວ​ມ​ອາ​ໄສ​ຢູ່ແຂວງ ເຊີນ​ລາ ຫວຽດ​ນາມ ​ຈະ​ໄດ້​ຖື​ສັນ​ຊາດ ຫວຽດ​ນາມ

(VOVWORLD) -ເລື່ອງ ພົນລະເມືອງ ລາວ 88 ຄົນທີ່ພວມດຳລົງຊີວິດຢູ່ 3 ຕາແສງຂຶ້ນກັບເມືອງ ມົກເຈົາ ແລະ ບັນດາພົນລະເມືອງຢູ່ບໍລິເວນຕ່າງໆໄດ້ຖືສັນຊາດ ຫວຽດນາມນັ້ນ, ຈະປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດຊາຍແດນ, ເຂດຫ່າງໄກສອກຫຼີກ.

ມີ​​ພົນ​ລະ​ເມືອງ​ລາວ ເກືອບ 300 ຄົນ​ພວ​ມ​ອາ​ໄສ​ຢູ່ແຂວງ ເຊີນ​ລາ ຫວຽດ​ນາມ ​ຈະ​ໄດ້​ຖື​ສັນ​ຊາດ ຫວຽດ​ນາມ - ảnh 1ການນຳແຂວງມົກເຈົາມອບຂໍ້ຕົກລົງວ່າດ້ວຍການຖືສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 

(ພາບ: TTXVN)

ວັນທີ 18 ກັນຍາ, ຢູ່ປ້ອນປ້ອງກັນຊາຍແດນ ດ່ານຊາຍແດນ ລ໊ອງເຊິບ, ເມືອງມົກເຈົາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບແຂວງເຊີນລາ ໄດ້ສົມທົບກັບກະຊວງຍຸຕິທຳ ຫວຽດນາມ ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງຂອງປະທານປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມວ່າດ້ວຍການອະນຸຍາດໃຫ້ພົນລະເມືອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ 88 ຄົນ ທີ່ພວມອາໄສຢູ່ບໍລິເວນຂອງແຂວງຖືສັນຊາດ ຫວຽດນາມ.

ເຖິງວ່າໃນເວລາຜ່ານມາ, ບັນດາພົນລະເມືອງລາວດຳລົງຊີວິດ, ທຳມາຫາກິນຢ່າງຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ ຂອງ ຫວຽດນາມ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຫວຽດນາມ ວາງອອກ ກໍ່ຕາມ, ແຕ່ຍ້ອນວ່າບໍ່ຖືສັນຊາດ ຫວຽດນາມ ສະນັ້ນເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນວຽກງານຄຸ້ມຄອງຂອງອຳນາດການປົກຄອງທ້ອງຖິ່ນ. ເພາະສະນັ້ນ, ເລື່ອງ ພົນລະເມືອງ ລາວ 88 ຄົນທີ່ພວມດຳລົງຊີວິດຢູ່ 3 ຕາແສງຂຶ້ນກັບເມືອງ ມົກເຈົາ ແລະ ບັນດາພົນລະເມືອງຢູ່ບໍລິເວນຕ່າງໆໄດ້ຖືສັນຊາດ ຫວຽດນາມນັ້ນ, ຈະປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດຊາຍແດນ, ເຂດຫ່າງໄກສອກຫຼີກ.

ຕອບກັບ

ຂ່າວ/ບົດ​ອື່ນ