ມີພະນັກງານການແພດ, ນັກສຶກສາແພດສາດການຢາກວ່າ 2.700 ຄົນໄປໜູນຊ່ວຍແຂວງບັກນິງ ແລະ ບັກຢາງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ນີ້ແມ່ນການລະດົມກຳລັງແພດໝໍຫຼາຍທີ່ສຸດໃນທົ່ວປະເທດນັບແຕ່ກ່ອນມາຮອດປະຈຸບັນ, ເພື່ອແນໃສ່ໜູນຊ່ວຍຂະແໜງສາທາລະນະສຸກຂອງ 2 ທ້ອງຖິ່ນໃນການປ້ອງກັນ, ຕ້ານໂລກລະບາດ.
ມີພະນັກງານການແພດ, ນັກສຶກສາແພດສາດການຢາກວ່າ 2.700 ຄົນໄປໜູນຊ່ວຍແຂວງບັກນິງ ແລະ ບັກຢາງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ພະນັກງານ, ຄູອາຈານ, ນັກສຶກສາຈາກຫຼາຍໂຮງໝໍເຂົ້າຮ່ວມການໜູນຊ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຂວງ ບັກນິງ ແລະ ບັກຢາງ
(ພາບ: TTXVN)

ໄລ່ຮອດວັນທີ 31 ພຶດສະພາ, ມີພະນັກງານ, ຄູອາຈານ, ນັກສຶກສາຈາກຫຼາຍໂຮງໝໍ, ສະຖານບັນ ແລະ ບັນດາຮາກຖານສາທາລະນະສຸກແຂວງ, ນະຄອນ; ນັກສຶກສາບັນດາມະຫາວິທະຍາໄລ, ວິທະຍາໄລແພດສາດ, ການຢາ ແລະ ກຳລັງແພດໝໍຂອງກອງທັບ, ຕຳຫຼວດລວມ 2.743 ຄົນໄດ້ເຂົ້າຮ່ວມການໜູນຊ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ 2 ຈຸດຮ້ອນເຮັ່ງນັ້ນແມ່ນແຂວງ ບັກນິງ ແລະ ບັກຢາງ. ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ແລ້ວ, ນີ້ແມ່ນການລະດົມກຳລັງແພດໝໍຫຼາຍທີ່ສຸດໃນທົ່ວປະເທດນັບແຕ່ກ່ອນມາຮອດປະຈຸບັນ, ເພື່ອແນໃສ່ໜູນຊ່ວຍຂະແໜງສາທາລະນະສຸກຂອງ 2 ທ້ອງຖິ່ນໃນການປ້ອງກັນ, ຕ້ານໂລກລະບາດ.

ຄຽງຂ້າງການລະດົມກຳລັງມາໜູນຊ່ວຍ 2 ທ້ອງຖິ່ນດັ່ງກ່າວໂດຍກົງໃນການປ້ອງກັນ, ຕ້ານໂລກລະບາດແລ້ວ, ບັນດານັກຊ່ຽວຊານແຖວໜ້າກ່ຽວກັບການປິ່ນປົວໃນທົ່ວປະເທດຂອງອະນຸກຳມະການປິ່ນປົວຂຶ້ນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ສະພາວິຊາສະເພາະກໍ່ໄດ້ກວດບົ່ງມະຕິພະຍາດໂດຍກົງບັນດາກໍລະນີເຈັບໜັກ, ສຸມໃສ່ປຶກສາຫາລືຍົກອອກແບບແຜນປິ່ນປົວທີ່ເໝາະສົມທີ່ສຸດໃຫ້ແກ່ຄົນເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ