ມີ​ມາດ​ຕະການ​ເພີ່ມ​ເຕີມ​ເພື່ອໜູນຊ່ວຍ​ວິ​ສາ​ຫະກິດ​ມີ​ຂອບຂະໜາດນ້ອຍ

(VOVWORLD) -ຮ່າງມະຕິວ່່າດ້ວຍການຫຼຸດຜ່ອນອາກອນລາຍຮັບຂອງວິສາຫະກິດທີ່ຕ້ອງເສຍໃນປີ 2020 ສໍາລັບວິສາຫະກິດ, ສະຫະກອນ, ຫົວໜ່ວຍວິຊາການ ແລະ ອົງການຈັດຕັ້ງອື່ນໆ ໂດຍລັດຖະບານຍ່ືນສະເໜີໃນກອງປະຊຸມທີ່ດໍາເນີນໃນຕອນເຊົ້າວັນທີ 11 ມິຖຸນາ. 
ມີ​ມາດ​ຕະການ​ເພີ່ມ​ເຕີມ​ເພື່ອໜູນຊ່ວຍ​ວິ​ສາ​ຫະກິດ​ມີ​ຂອບຂະໜາດນ້ອຍ - ảnh 1ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ດິງຕຽ໊ນຢຸງ (ພາບ: TTXVN)
 

ນີ້ແມ່ນມາດຕະການໜູນຊ່ວຍ, ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດທີ່ມີຂອບຂະໜາດນ້ອຍໃນໄລຍະທີ່ພື້ນຖານເສດຖະກິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ - 19.

        ສໍາລັບເລື່ອງປະກາດໃຊ້ນະໂຍຍາຍຫຼຸດຜ່ອນອາກອນລາຍຮັບຂອງວິສາຫະກິດ ຄືດັ່ງລັດຖະບານໄດ້ຍື່ນສະເໜີແມ່ນເພື່ອແນໃສ່ໜູນຊ່ວຍ, ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ຈຸລະວິສາຫະກິດ. ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ດິງຕຽ໊ນຢຸງ ຖືວ່າ:

        “ເລື່ອງສະເໜີຫຼຸດ  ອາກອນລາຍຮັບຂອງວິສາຫະກິດທີ່ຕ້ອງເສຍໃນປີ 2020 ສໍາລັບວິສາຫະກິດຂະໜາດນ້ອຍລົງ 30%ຈະປະກອບສ່ວນໜູນຊ່ວຍບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ຈຸລະວິສາຫະກິດສະສົມທຶນ ເພື່ອພັດທະນາການຜະລິດ, ດໍາເນີນທຸລະກິດ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ