ມີຢ່າງຫນ້ອຍສຸດ 151 ຄົນຖືກເສຍຊີວິດໃນເຫດຢຽບກັນຢູ່ ເຊີອູນ ປະເທດ ສ.ເກົາຫລີ

(VOVWORLD) -ເຫດຢຽບກັນຮ້າຍແຮງດັ່ງກ່າວເກີດຂຶ້ນ ຍ້ອນຈຳນວນຄົນມາ ຮ້ານ bar ຢູ່ Itaewon ຫລາຍເກີນພາຍຫລັງໄດ້ຮັບຂ່າວວ່າ ມີ ດາລາ ຜູ້ຫນຶ່ງມາສະແດງຢູ່ສະຖານທີ່ນັ້ນ. ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ແລະ ສ່ວນຫລາຍແມ່ນໃນເກນອາຍຸ 20 ປີ.

ມີຢ່າງຫນ້ອຍສຸດ 151 ຄົນຖືກເສຍຊີວິດໃນເຫດຢຽບກັນຢູ່ ເຊີອູນ ປະເທດ ສ.ເກົາຫລີ - ảnh 1ເຫດຢຽມກັນຢູ່ ເມືອງ Itaewo ນະຄອນຫລວງ ເຊີນອູນ. ພາບ: Reuters

ໄດ້ມີຢ່າງຫນ້ອຍສຸດ 151 ຄົນຖືກເສຍຊີວິດ (ໃນນັ້ນ ມີຊາວຕ່າງປະເທດ 19 ຄົນ ແມ່ນຊາວ ອີຣານ, ອູເບີກິສະຖານ, ຈີນ, ນອກແວ ແລະ ຫວຽດນາມ) ແລະ ອີກ 82 ຄົນຖືກບາດເຈັບໃນເຫດຢຽບກັນ ຢູ່ ເມືອງ Itaewo ນະຄອນຫລວງ ເຊີນອູນ ປະເທດ ສ. ເກົາຫລີ ໃນຕອນຄ່ຳວັນທີ 29 ຕຸລາ. ເຫດຮ້າຍແຮງດັ່ງກ່າວເກີດຂຶ້ນ ຍ້ອນຈຳນວນຄົນມາ ຮ້ານ bar ຢູ່ Itaewon ຫລາຍເກີນພາຍຫລັງໄດ້ຮັບຂ່າວວ່າ ມີ ດາລາ ຜູ້ຫນຶ່ງມາສະແດງຢູ່ສະຖານທີ່ນັ້ນ. ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ແລະ ສ່ວນຫລາຍແມ່ນໃນເກນອາຍຸ 20 ປີ.

          ຕອນເຊົ້າວັນທີ 30 ຕຸລາ, ປະທານາທິບໍດີ ສເກົາຫລີ Yoon Suk-yeol ໄດ້ລົງບ່ອນເກີດເຫດກວດກາສະພາບການ. ທ່ານ Yoon Suk-yeol  ສະແດງຄວາມເສົ້າສະຫລົດໃຈມາຍັງຄອບຄົວຜູ້ປະສົບເຄາະຮ້າຍ ແລະ ຂໍໃຫ້ຜູ້ໄດ້ຮັບບາດເຈັບທັງໝົດປິ່ນປົວຫາຍດີໂດຍໄວ.

ໃນວັນດຽວກັນ, ການນຳຫລາຍປະເທດໃນໂລກ ກໍ່ໄດ້ສະແດງຄວາມເສົ້າສະຫລົດໃຈມາຍັງຄອບຄົວຜູ້ປະສົບເຄາະຮ້າຍ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈ ແລະ ຢື້ຢາມຖາມຂ່າວມາຍັງ ປະທານາທິບໍດີ ສ. ເກົາຫລີ Yoon Suk Yeol  ພ້ອມດ້ວຍຄອບຄົວຜູ້ປະສົບເຄາະຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ