ມໍ​ລະ​ດົກ​ໂຮ່​ຈີ​ມິນ: ບັນ​ດາ​ຄູ່​ນ​ຄ່​າ​ທີ່​ຍືນ​ຍົງ​ຄົງ​ຕົງ ເຍື່ອງ​ແສງ​ສະ​ຫວ່າງ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ໃນ​ປັດ​ຈຸ​ບັນ

(VOVWORLD) -ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນໂຮ່ຈີມິນ ແລະ ບັນດາການນຳຂອງພັກ ໄດ້ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດ “ມໍລະດົກໂຮ່ຈີມິນ: ບັນດາຄູ່ນຄ່າທີ່ຍືນຍົງຄົງຕົງ ເຍື່ອງແສງສະຫວ່າງໃຫ້ແກ່ການປ່ຽນແປງໃໝ່ໃນປັດຈຸບັນ”



ມໍ​ລະ​ດົກ​ໂຮ່​ຈີ​ມິນ: ບັນ​ດາ​ຄູ່​ນ​ຄ່​າ​ທີ່​ຍືນ​ຍົງ​ຄົງ​ຕົງ ເຍື່ອງ​ແສງ​ສະ​ຫວ່າງ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ໃນ​ປັດ​ຈຸ​ບັນ - ảnh 1ກອງປະຊຸມສຳມະນາ ວິທະຍາສາດ “ມໍລະດົກໂຮ່ຈີມິນ: ບັນດາຄູ່ນຄ່າທີ່ຍືນຍົງຄົງຕົງ ເຍື່ອງແສງສະຫວ່າງໃຫ້ແກ່ການປ່ຽນແປງໃໝ່ໃນປັດຈຸບັນ” (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສະມັດຊາໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ຮັບຮອງເອົາມະຕິເຊີດຊູປະທານໂຮ່ຈີມິນ (1987 - 2022), ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນໂຮ່ຈີມິນ ແລະ ບັນດາການນຳຂອງພັກ ໄດ້ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດ “ມໍລະດົກໂຮ່ຈີມິນ: ບັນດາຄູ່ນຄ່າທີ່ຍືນຍົງຄົງຕົງ ເຍື່ອງແສງສະຫວ່າງໃຫ້ແກ່ການປ່ຽນແປງໃໝ່ໃນປັດຈຸບັນ”.  ປ.ອ ເລຈິງກຽນ, ສະຖາບັນໂຮ່ຈີມິນ ແລະ ບັນດາການນຳຂອງພັກຢັ້ງຢືນວ່າ:

ປະທານໂຮ່ຈີມິນ ມີການປະກອບສ່ວນໃຫ້ທັງມວນມະນຸດ. ເລື່ອງ UNESCO ມອບນາມມະຍົດໃຫ້ແມ່ນມຸ່ງໄປເຖິງມະນຸດມີການພັດທະນາຢ່າງສົມບູນຮອບດ້ານ. ການພັດທະນາບໍ່ຈຳແຍກຜິວສີ, ຊົນເຜົ່າ, ຊາດໃຫຍ່, ຊາດນ້ອຍ, ເຊື້ອຊາດຜິວພັນໃດກໍ່ມີເງື່ອນໄຂ ໃນປະຊາຄົມດຽວກັນ ຕ້ອງມຸ່ງໄປເຖິງ, ເພື່ອພື້ນຖານສັນຕິພາບ, ເພື່ອຊີວິດທີ່ອິ່ນໜຳສຳລານ ມີຄວາມຜາສຸກຂອງ ໝົດທຸກຄົນຄືໃນຖະແຫຼງການເອກະລາດຂອງປະທານໂຮ່ຈີມິນ ໄດ້ກ່າວໃນປີ 1945 ນັ້ນແມ່ນເອກະລາດ - ເສລີພາບ - ຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ