ມວນຊົນ ສ.ເກົາຫລີ ລົງຂ່າວຫລວງຫລາຍຕໍ່ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Yoon Suk Yeol

(VOVWORLD) -ສື່ມວນຊົນ ສເກົາຫລີ  ກໍ່ໄດ້ລົງຂ່າວຢ່າງລະອຽດກ່ຽວກັບການພົບປະລະຫວ່າງ ປະທານາທິບໍດີ ສເກົາຫລີ Yoon Suk Yeol ແລະ ການນຳລັດຖະບານ, ສະພາແຫ່ງຊາດ ຫວຽດນາມ. 

ວັນທີ 23 – 24 ມີຖຸນາ, ພາຫະນະສື່ມວນຊົນຕ່າງໆ ຂອງ ສ. ເກົາຫລີ ໄດ້ລົງຂ່າວບົດຢ່າງຫລວງຫລາຍກ່ຽວກັບການເຄື່ອນໄຫວຂອງທ່ານປະທານາທິບໍດີ Yoon Suk Yeol ໃນການຢ້ຽມຢາມທາງລັດຖະກິດ ຫວຽດນາມ. ບັນດາຫນັງສືພິມລ້ວນແຕ່ລົງຂ່າວຕໍ່ເລື່ອງ ທ່ານປະທານາທິບໍດີ ສ.ເກົາຫລີ ໄດ້ວາງພວງມາລາ, ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ ແລະ ຕໍ່ຈາກນັ້ນແມ່ນການພົບປະຂັ້ນສູງຄັ້ງຕ່າງໆລະຫວ່າງປະທານາທິບໍດີ ສເກົາຫລີ ກັບບັນດາການນຳ ຫວຽດນາມ.

ຫນັງສືພິມ Chosun Ilbo ໃຫ້ຮູ້ວ່າ: ບັນດາທ່ານອະດີດ ປະທານາທິບໍດີ ສ. ເກົາຫລີ Kim Dae-jung, Roh Moo-hyun, Lee Myung Bak, Park Geun-hye ລ້ວນແຕ່ເຂົ້າຢ້ຽມຂ່ຳນັບ ສຸສານປະທານ ໂຮ່ຈີມິນ ເມື່ອມາຢ້ຽມຢາມ ຫວຽດນາມ.

ສຳນັກຂ່າວສານ Yonhap ໄດ້ຄັດຄຳເວົ້າຂອງທ່ານ Lee Do-woon ໂຄສົກຂອງທ່ານປະທານາທິບໍດີ ສ. ເກົາຫລີ ໃຫ້ຮູ້ວ່າ: ປະທານາທິບໍດີ ສເກົາຫລີ Yoon Suk Yeol ໄດ້ມີການພົບປະກັບທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ແລະ ປຶກສາຫາລືບັນດາມາດຕະການພັດທະນາການພົວພັນສອງຝ່າຍ.

ສື່ມວນຊົນ ສ ເກົາຫລີ  ກໍ່ໄດ້ລົງຂ່າວຢ່າງລະອຽດກ່ຽວກັບການພົບປະລະຫວ່າງ ປະທານາທິບໍດີ ສເກົາຫລີ Yoon Suk Yeol ແລະ ການນຳລັດຖະບານ, ສະພາແຫ່ງຊາດ ຫວຽດນາມ. ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເປີດກວ້າງການຮ່ວມມືເສດຖະກິດໃນບັນດາຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ