ມີວິສາຫະກິດຕ່ຳແຜ່ນຕັດຫຍິບຫຼາຍແຫ່ງມີໃບສັ່ງຊື້ສິນຄ້າສົ່ງອອກຮອດທ້າຍປີແລ້ວ

(VOVWORLD) - ໃນ 6 ເດືອນຂອງປີ 2024, ການສົ່ງອອກຂອງທົ່ວຂະແໜງຕ່ຳແຜ່ນຕັດຫຍິບບັນລຸ 19,5 ຕື້ USD.
ມີວິສາຫະກິດຕ່ຳແຜ່ນຕັດຫຍິບຫຼາຍແຫ່ງມີໃບສັ່ງຊື້ສິນຄ້າສົ່ງອອກຮອດທ້າຍປີແລ້ວ - ảnh 1(ພາບປະກອບ)

        ຕາມທ່ານ ຟ້າມມິງດຶກ, ຜູ້ອຳນວຍການໃຫຍ່ບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບ ນາມດິ້ງ ຈຳກັດ ແລ້ວ, ວິສາຫະກິດມີໃບສັ່ງຊື້ສິນຄ້າສົ່ງອອກຈົນຮອດໝົດປີ 2024, ພວມເລີ່ມເຮັດວຽກກ່ຽວກັບໃບສັ່ງຊື້ໃນໄຕມາດທີ 1, ໄຕມາດທີ 2 ປີ 2025. ກ່ຽວກັບສະພາບໃບສັ່ງຊື້ທີ່ດີຂຶ້ນໃນຊຸມເດືອນທີ່ຈະມາເຖິງ, ທັງປີ 2024 ນີ້, ຄາດວ່າ, ລາຍຮັບຂອງບໍລິສັດຈະເພີ່ມຂຶ້ນປະມານ 35% ເມື່ອທຽບໃສ່ປີ 2023.

        ຜູ້ຕາງໜ້າບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບ ຮືງອຽນ ຈຳກັດ ໃຫ້ຮູ້ວ່າ, ວິສາຫະກິດພວມສຸມກຳລັງເພື່ອປະຕິບັດບັນດາໜ້າທີ່ໃນໄລຍະ 6 ເດືອນທ້າຍປີ 2024. ຄາດວ່າ, ທັງປີ 2024, ລາຍຮັບຂອງບໍລິສັດຈະລື່ນກາຍຕົວເລກ 5% ແລະ ລາຍຮັບກ່ອນເສຍພາສີເພີ່ມຂຶ້ນ 15% ເມື່ອທຽບໃສ່ແຜນການຂອງປີ.

        ໃນຂະນະນັ້ນ, ບໍລິສັດຫຸ້ນສ່ວນເຄື່ອງຕ່ຳແຜ່ນຕັດຫຍິບ ຮ່ວາທໍ້ ຈຳກັດ (ດ່ານັ້ງ) ກໍ່ຮັບຮູ້ໝາກຜົນການດຳເນີນທຸລະກິດຮັບປະກັນຄວາມສະຖຽນລະພາບກວ່າເມື່ອທຽບໃສ່ 6 ເດືອນຕົ້ນປີ, ດ້ວຍລາຍຮັບລວມຄາດວ່າບັນລຸ 51% ແຜນການຂອງທັງປີ, ວົງເງິນສົ່ງອອກບັນລຸ 113 ລ້ານ USD, ບັນລຸ 46% ແຜນການຂອງປີ.

        ຕາມຕົວເລກຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ໃນ 6 ເດືອນຂອງປີ 2024, ການສົ່ງອອກຂອງທົ່ວຂະແໜງຕ່ຳແຜ່ນຕັດຫຍິບບັນລຸ 19,5 ຕື້ USD. ເຖິງວ່າ, ໄດ້ຮັບການຟື້ນຟູເມື່ອທຽບໃສ່ປີ 2023 ແລະ ໃນໄລຍະດຽວກັນກໍ່ຕາມ, ແຕ່ທົ່ວຂະແໜງຕ່ຳແຜ່ນຕັດຫຍິບພວມມານະພະຍາຍາມເພື່ອບັນລຸເປົ້າໝາຍສົ່ງອອກໄດ້ 44 ຕື້ USD ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ