ມີວິສາຫະກິດອາເມລິກາຫລາຍແຫ່ງຕີລາຄາສູງບັນດາການປ່ຽນແປງຂອງຫວຽດນາມໃນບັນຫາປະຕິຮູບ

(VOVWORLD) -ໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ອາເມລິກາ, ວັນທີ 10 ເມສາ ທ່ານ ມາຍຕຽນຢູ໋ງ ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນນະໂຍບາຍການລົງທຶນກັບ  Asia Group.
ມີວິສາຫະກິດອາເມລິກາຫລາຍແຫ່ງຕີລາຄາສູງບັນດາການປ່ຽນແປງຂອງຫວຽດນາມໃນບັນຫາປະຕິຮູບ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ 

ເຂົ້າຮ່ວມກອງປະຊຸມ ມີທ່ານ Kurt Campbell ອະດີດຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ, ປະທານ ແລະ CEO ຂອງ Asia Group; ສະມາຊິກ ແລະ ຄູ່ຮ່ວມມືຂອງ Asia Group; ການນຳບາງບໍລິສັດ ແລະ ອະດີດເຈົ້າຫນ້າທີ່ອຳນາດການປົກຄອງ ອາເມລິກາ ຈຳນວນຫນຶ່ງ.

ທີ່ກອງປະຊຸມ ທ່ານ ມາຍຕຽນຢູ໋ງ ໄດ້ສະຫນອງຂໍ້ມູນຂ່າວກ່ຽວກັບການພັດທະນາເສດຖະກິດ ສັງຄົມຂອງຫວຽດນາມ ໃນປີ 2018 ພ້ອມທັງ ຢັ້ງຢືນ ການພົວພັນ ລະຫວ່າງຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາ ສືບຕໍ່ພັດທະນາອັນດີງາມ, ບັນລຸຄວາມຄືບຫນ້າແທດຈິງ, ຮອບດ້ານ.

ທີ່ກອງປະຊຸມ, ບັນດາຜູ້ແທນຂອງ Google, AIG, Asia Paciffic, VISA… ໄດ້ແບ່ງປັນກ່ຽວກັບວິວັດການລົງທຶນຢູ່ຫວຽດນາມ ແລະ ມີຄວາມປິຕິຊົມຊື່ນຕໍ່ບັນດາການປ່ຽນແປງຂອງຫວຽດນາມໃນບັນຫາປະຕິຮູບ ແລະ ໃຫ້ຮູ້ວ່າ: ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມນັບມື້ນັບດູດດື່ມ ແລະ ແມ່ນເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດເພີ່ມທະວີການລົງທຶນຢູ່ຫວຽດນາມ.  ບັນດາບໍລິສັດກໍ່ສະແດງຄວາມສົນໃຈກ່ຽວກັບການຊອກຮູ້ການແກ້ງແຍ້ງໃນສະພາບການລົງທຶນຂອງບັນດາປະເທດຢູ່ພາກພື້ນ ອາຊີ, ໃນນັ້ນ ມີຫວຽດນາມ ກໍ່ຄືຢາກຮັບຟັງບັນດາຄວາມປາດຖະຫນາຂອງຫວຽດນາມ ເພື່ອສືບຕໍ່ມີການຮ່ວມມືພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ