ມີວິສາຫະກິດເກືອບ 500 ແຫ່ງເຂົ້າຮ່ວມງານວາງ ສະແດງສາກົນ Vietbuild 2012

ມີວິສາຫະກິດເກືອບ 500 ແຫ່ງເຂົ້າຮ່ວມງານວາງ ສະແດງສາກົນ Vietbuild 2012 - ảnh 1
ຄະນະ​ຈັດ​ຕັ້ງ​ໄດ້​ມອບຂັນຄຳ ​ແລະ ຫຼຽນ​ຄຳ VTOPBUILD
( ພາບ: vietnamnet.vn )

( vovworld ) – ​ງານ​ວາງສະ​ແດງ​ສາກົນ​ຮ່າ​ໂນ້ຍ Vietbuild 2012 ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/3. ມີ​ວິ​ສາ​ຫະກິດເກືອບ 500 ​ແຫ່ງທີ່​ມາ​ຈາກ 19 ປະ​ເທດ​ໃນ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຢູ່ 1.350 ຮ້າ​ນວາງສະ​ແດງ. ກ່າວ​ຄຳ​ເຫັນ​​ທີ່​ພິທີ​​​ໄຂ​ງານ​ວາງສະ​ແດງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ Nguyen Tran Nam ​ໄດ້​ຢືນຢັນ​ວ່າ, Vietbuild ​ແມ່ນ​ໂອກາດ​ເພື່ອ​​ໃຫ້​​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຮໍ່າຮຽນ, ແລກປ່ຽນ​ບົດຮຽນ​ເພື່ອ​ແນ​ໃສ່ຍົກ​ສູງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​​​ໃນ​ການກໍ່ສ້າງ​ໃໝ່, ​ເຕັກ​ໂນ​ໂລ​ຊີ, ມາດ​ຕະການກໍ່ສ້າງ​ຕາມ​ທິດ​ປະຢັດ​ພະລັງງານ, ສະໜິດສະໜົມກັບ​ສິ່ງ​ແວດ​ລ້ອມ​ເພື່ອ​ມູງ​ໄປ​ເຖິງ​ການ​ພັດທະນາຢ່າງ​ໝັ້ນຄົງ. ນີ້​ແມ່ນ​ງານ​ວາງສະ​ແດງ​ຂອງ​ຂະ​ແໜງ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່, ມີ​ລະດັບ​ຊາດ ​ແລະ ສາກົນ, ປະກອບສ່ວນ​ໃຫຍ່​ຫຼວງ​ໃຫ້​​ຂະ​ແໜງ​ກໍ່ສ້າງ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ມອບຂັນຄຳ ​ແລະ ຫຼຽນ​ຄຳ VTOPBUILD ​ໃຫ້​ແກ່ 53 ຫົວໜ່ວຍ​ທີ່​ມີ​ຜະລິດ​ຕະພັນ​​ບັນລຸ​ຄຸນ​ນະພາ​ບສູງ​ໃນ​ຂະ​ແໜງ​ກໍ່ສ້າງ, ມອບ​ລາງ​ວັນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ມີ​ຮ້ານ​ວາງສະ​ແດງ​ທີ່​ມີ​ຂອບ​ຂະໜາດ, ງານ ​ແລະ ປະ​ທັບ​ໃຈ. ງານ​ວາງສະ​ແດງ​ສາກົນ Vietbuild ​ຈະແກ່ຍາວ​ຮອດ​ວັນ​ທີ 28/3.
ຂ່າວ/ບົດ​ອື່ນ