ມີສີບໆຄົນຖືກລົ້ມຫາຍຕາຍຈາກໃນເຫດວາງລະເບີດສະຫລະຊີບຢູ່Nigeria

(VOVWORLD) -ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 12 ຄົນ ແລະ ນັບສີບໆຄົນຖືກບາດເຈັບໃນເຫດວາງລະເບີດສະຫລະຊີບໂດຍບັນດາມືປືນຖືກສົງໃສວ່າແມ່ນພວກກະບົດ Boko Haram ປະຕິບັດໃນວັນທີ 2 ທັນວາ ຢູ່ ເຂດຕະຫລາດເທດສະບານ Biu ລັດ Borno ຂອງ Nigeria. 

ມີສີບໆຄົນຖືກລົ້ມຫາຍຕາຍຈາກໃນເຫດວາງລະເບີດສະຫລະຊີບຢູ່Nigeria - ảnh 1 ນາຍທະຫານ Nigeria ລາດຕະເວນຢູ່ເທດສະບານ

ພາບ:vietnam+/AFP

ຕາມເຈົ້າຫນ້າທີ່ທ້ອງຖິ່ນແລ້ວ, ເຫດບຸກໂຈມຕີດັ່ງກ່າວເກີດຂຶ້ນເມື່ອບັນດາລັດຖະກອນຫນູນຊ່ວຍພວມແຈກຢາຍທັນຍາຫານໃຫ້ປະຊາຊົນ. ແຫລ່ງຂ່າວໃນເບື້ອງຕົ້ນໄດ້ກຳນົດວ່າ ມີຜູ້ຊາຍ 8 ຄົນ ແລະ ແມ່ຍິງ 4 ຄົນຖືກເສຍຊີວິດ. ໃນຂະນະນັ້ນ ມີເຈົ້າຫນ້າທີ່ລັດຖະບານ ທ່ານຫນຶ່ງ ບໍ່ເຜີຍຊື່ໃຫ້ຮູ້ວ່າ: ມີ 15 ຄົນຖືກເສຍຊີວິດ ແລະ ອີກ 47 ຄົນຖືກບາດເຈັບໃນເຫດບຸກໂຈມຕີດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ