ມີຫລາຍສັນຍານດີກ່ຽວກັບສະພາບການວິສາຫະກິດໃນປີໃຫມ່ 2022

(VOVWORLD) -ໃນຈຳນວນ 23 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນໃຫມ່ຢູ່ ຫວຽດນາມ ໃນເດືອນ ມັງກອນປີ 2022, ສິງກະໂປແມ່ນນັກລົງທຶນໃຫຍ່ສຸດ ດ້ວຍກວ່າ 198 ລ້ານ  USD, ຖັດມາຕາມລຳດັບແມ່ນ ເຂດປົກຄອງພິເສດ ຮົ່ງກົງ, ຝລັ່ງ, ຈີນ, Seychelles...

ບົດລາຍງານສະພາບການເສດຖະກິດສັງຄົມເດືອນມັງກອນປີ 2022 ຂອງກົມໃຫຍ່ສະຖິຕິ ປະກາດໃນວັນທີ 29 ມັງກອນ ໄດ້ຮັບຮູ້ສະພາບການຈົດທະບຽນວິສາຫະກິດໃນເດືອນທຳອິດຂອງປີໃຫມ່ ໄດ້ມີຫລາຍສັນຍານດີຂຶ້ນ. ຈຳນວນວິສາຫະກິດສ້າງຕັ້ງໃຫມ່ແມ່ນເພີ່ມຂຶ້ນທັງຈຳນວນ ແລະ ທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ທຶນຈົດທະບຽນສະເລ່ຍຂອງວິສາຫະກິດຫນຶ່ງສ້າງຕັ້ງໃຫມ່ໃນເດືອນມັງກອນ ບັນລຸ 14,8 ຕື້ດົ່ງ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ເດືອນທັນວາປີ 2021 ແລະ ເພີ່ມຂຶ້ນ 194% ເມື່ອທຽບໃສ່ເດືອນ ມັງກອນປີ 2021, ຍົກຍອດຈຳນວນວິສາຫະກິດສ້າງຕັ້ງໃຫມ່ ແລະ ວິສາຫະກິດກັບຄືນມາເຄື່ອນໄຫວໃນເດືອນ ມັງກອນ ປີ 2022 ແມ່ນຂຶ້ນເຖິງ 32.000 ແຫ່ງ. ຕາມການຕີລາຄາຂອງກົມໃຫຍ່ສະຖິຕິ, ນີ້ແມ່ນສັນຍານທີ່ດີສົມຄວນໃຫ້ແກ່ການພັດທະນາວິສາຫະກິດໃນປີ 2022. ກ່ຽວກັບການເຄື່ອນໄຫວລົງທຶນຂອງຕ່າງປະເທດ, ກົມໃຫຍ່ສະຖິຕິໃຫ້ຮູ້ວ່າ: ຍອດເງິນລົງທຶນຂອງຕ່າງປະເທດຈົດທະບຽນເຂົ້າຫວຽດນາມ ໄລ່ຮອດວັນທີ 20 ມັງກອນ ບັນລຸ 2,1 ຕື້ USD, ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

 ໃນຈຳນວນ 23 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນໃຫມ່ຢູ່ ຫວຽດນາມ ໃນເດືອນ ມັງກອນປີ 2022, ສິງກະໂປແມ່ນນັກລົງທຶນໃຫຍ່ສຸດ ດ້ວຍກວ່າ 198 ລ້ານ  USD, ຖັດມາຕາມລຳດັບແມ່ນ ເຂດປົກຄອງພິເສດ ຮົ່ງກົງ, ຝລັ່ງ, ຈີນ, Seychelles...

ຕອບກັບ

ຂ່າວ/ບົດ​ອື່ນ