ມີຫລາຍເນື້ອໃນໃໝ່ໃນກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຊຸດທີ13

ມີຫລາຍເນື້ອໃນໃໝ່ໃນກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຊຸດທີ13 - ảnh 1
ການ​ປະຊຸມ​ຂ່າວ​ປະກາດ​ລາຍການ​ກອງ​ປະຊຸມ​ສະ​
ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບ: NguyenNhung-HuongGiang)

(vovworld) ຕອນ​ເຊົ້າ​ວັນ​ທີ 19/10, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ລາຍການ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10. ນີ້​ແມ່ນ​ກອງ​ປະຊຸມສະ​ໄໝ​ສາມັນທ້າຍ​ປີ. ຄາດ​ຄະ​ເນວ່າຈະມີຫລາຍ​ເນື້ອ​ໃນ​ໃໝ່ທີ່ກອງ​ປະຊຸມສະ​ໄໝ​ສາມັນນີ້.

        ທ່ານ ຫງວຽນ​ແຮ້ງ​ຟຸກ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ​ໃນ​ກອງ​ປະຊຸມສະ​ໄໝ​ສາມັນນີ້ ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ຈະແກ້​ໄຂ​ບັນຫາ​ຍຸຕິ​ທຳ​ທີ່​ໄດ້​ວາງ​ອອກ​ໃນ​ລັດຖະທຳ​ມະນູນ​ປີ 2013 ​ໂດຍ​ພື້ນຖານ, ​ເພື່ອ​ແນ​ໃສ່​ປັບປຸງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ຂອງ​ປະຊາ​ຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ. ສະພາ​ແຫ່ງ​ຊາດ ສະຫງວນ​ເວລາ​ສ່ວນ​ຫລາຍ​ເພື່ອ ປຶກສາ​ຫາລື, ພິຈາລະນາ, ຮັບຮອງ​ເອົາກົດໝາຍ​ 18 ສະບັບ, ມະຕິ 14 ສະບັບ ​ແລະ ບັນດາ​ຮ່າງ​ກົດໝາຍ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ. ສະພາ​ແຫ່ງ​ຊາດ ກໍ​ຈະປຶກສາ​ຫາລືກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ, ງົບປະມານ​ແຫ່ງ​ລັດປີ 2015 ​ແລະ ​ແຜນການ​ປີ 2016, ໝາກຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011 – 2015 ​ແລະ ​ແຜນການ 2016 – 2020. ຈຸດ​​ໃໝ່​ຂອງ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແມ່ນ​ການເລືອກ​ຕັ້ງ​ ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ​ເລືອກ​ຕັ້ງ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ​ຕາມ​ກົດໝາຍ​ວ່າ​ດ້ວຍ​​ສະພາ​ແຫ່ງ​ຊາດ​ໃໝ່​ໃກ້​ຊີດ​ກັບ​ທຳນຽມ​ສາກົນ.

        ​ໃນກອງ​ປະຊຸມສະ​ໄໝ​ສາມັນຄັ້ງນີ້, ການ​ເຄື່ອ​ນໄຫວຊັກ​ຖາມ​ຈະ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ຕາມ​ຮູບ​ແບບ​ຊັກ​ຖາມ​ສັງ​ລວ​ມ ​ຫາກ​ບໍ່​ຈະ​ຊັກ​ຖາມ​ແຕ່​ລະ​ບັນຫາ​ຄື​ບັນດາກອງ​ປະຊຸມສະ​ໄໝ​ສາມັນຜ່ານ​ມາ ທ່ານ ຫງວຽນ​ແຮ້ງ​ຟຸກ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ:

“​ສະມາ​ຊິກ​ລັດຖະບານ​ທຸກ​ຄົນລ້ວນ​ແຕ່​ມີໜ້າ ​ເພື່ອ​ຮັບ​ຟັງ​ການຊັກ​ຖາມ, ນັບ​ທັງ​ນາຍົກລັດຖະມົນຕີ. ​ໃນ​ນັ້ນ, ​ບັນຫາທີ່​ຂື້ນ​ກັບ​ສິດ​ອຳນາດ​ຂອງ​ນາຍົກ​ລັດຖະມົນຕີ ​ນາຍົກລັດຖະມົນຕີຈະຕອບຄຳຊັກ​ຖາມ​ໂດຍ​ກົງ. ສະພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະຕິ​ບັດ 8 ມະຕິ​ກ່ຽວ​ກັບ​ການຊັກ​ຖາມ. ບັນດາກຳມາ​ທິການ​ຂອງ​ສະພາ​ແຫ່ງຊາດຈະ​ມີ​ບົດ​ລາຍ​ງານ​ກວດກາ ​ແລະ ຫົວໜ້າ​ຄະນະ​ເລຂາກອງ​ປະຊຸມ​ສະ​​ໄໝ​ສາມັນ​ຈະລວບລວມບົດ​ລາຍ​ງານ​ກວດກາຕ່າງຫາກ. ນອກຈາກ​ນັ້ນ, ສານ, ​ອົງການໄອ​ຍະ​ການ, ກຳມາ​ທິການ​ຄົ້ນຄວ້າ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳຈະ​ມີ​ບົດ​ລາຍ​ງານ​ຕ່າງຫາກ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ຊັກ​ຖາມ​ຂອງ​ສະພາ​ແຫ່ງ​ຊາດ”

 

 



ຂ່າວ/ບົດ​ອື່ນ