ມີຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ກິ​ລາ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ໄດ້​ຈັດ​ຂຶ້ນ​ໃນ​ງານ​ບຸນດອກ​ຊະ​ກຸ​ຣະ - ດ້ຽນ​ບຽນ​ຝູ ປີ 2024

(VOVWORLD) - ໃນຂອບເຂດງານບຸນດອກຊະກຸຣະ - ດ້ຽນບຽນຝູ ປີ 2024, ວັນທີ 13 ມັງກອນ ຢູ່ ເກາະດອກໄມ້, ຕາແສງ ປ໋າຄວາງ (ນະຄອນ ດ້ຽນບຽນຝູ) ໄດ້ດຳເນີນການແຂ່ງຂັນຊ່ວງເຮືອ ກາຣັກ ເປີດກວ້າງ. 
ມີຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ກິ​ລາ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ໄດ້​ຈັດ​ຂຶ້ນ​ໃນ​ງານ​ບຸນດອກ​ຊະ​ກຸ​ຣະ - ດ້ຽນ​ບຽນ​ຝູ ປີ 2024 - ảnh 1ການແຂ່ງຂັນຊ່ວງເຮືອ ກາຣັກ

ນີ້ແມ່ນຄັ້ງທຳອິດທີ່ແຂວງ ດ້ຽນບຽນ ຈັດການແຂ່ງຂັນຊ່ວງເຮືອ ກາຣັກ ຂຶ້ນຢູ່ທີ່ອ່າງເກັບນ້ຳ ປ໋າຄວາງ, ເຊິ່ງເປັນອ່າງເກັບນ້ຳໃຫຍ່ສຸດຂອງແຂວງ. ເຂົ້າຮ່ວມການແຂ່ງຂັນດັ່ງກ່າວ ມີທັງໝົດ 13 ທິມ ດ້ວຍນັກກິລາກວ່າ 70 ຄົນເຂົ້າຮ່ວມ ດ້ວຍ 3 ເນື້ອໃນຄື: ແຂ່ງຂັນທິມເພດຊາຍ, ແຂ່ງຂັນທິມເພດຍິງ, ແລະ ແຂ່ງຂັນທິມຍິງ - ຊາຍປະສົມ ດ້ວຍໄລຍະທາງແມ່ນ 400 – 800 ແມັດ...

ກໍໃນຂອບເຂດຂອງງານບຸນ, ລາຍການສະແດງສິລະປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີປຸ່ນ ກໍໄດ້ດຳເນີນ ດ້ວຍບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງແຂວງ ດ້ຽນບຽນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ນອກຈາກນັ້ນແລ້ວ, ປະຊາຊົນ, ແຂກທ່ອງທ່ຽວ ຍັງໄດໄດເຂົ້າຮ່ວມງານດື່ມເຫຼົ້າ “ຊາເກ - ມົງເປ”, ຮັບປະທານເລື່ອງອາຫານ ແກງທັງໂກ ແກງໂອແຢນ, ຕະຫຼາດຜັກພືດ, ໝາກໄມ້, ຜະລິດຕະພັນກະເສດ ແລະ ງານວາງສະແດງຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງຂອງແຂວງ ດ້ຽນບຽນ.

ຕອບກັບ

ຂ່າວ/ບົດ​ອື່ນ