ມີຫຼາຍກວ່າ 40 ປະ​ເທດ ແລະ ເຂດ​ແຄວ້​ນ​ໃນ​ໂລກ ກວ​ດ​ພົບ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron

(VOVWORLD) -    ໄລ່ມາຮອດປັດຈຸບັນ, ເຊື້ອໄວຣັດກາຍພັນ Omicron ໄດ້ປະກົດຕົວ ແລະ ແຜ່ລາມອອກສູ່ຫຼາຍກວ່າ 40 ປະເທດ ແລະ ເຂດແຄວ້ນໃນໂລກ.
ມີຫຼາຍກວ່າ 40 ປະ​ເທດ ແລະ ເຂດ​ແຄວ້​ນ​ໃນ​ໂລກ ກວ​ດ​ພົບ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron - ảnh 1 ຢູ່ ໂຮງໝໍ Saint Petersburg, ລັດເຊຍ ໃນວັນທີ 7/7/2021 (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 08 ທັນວາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 267 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,28 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ໃນວັນດຽວກັນ, ຍີ່ປຸ່ນ ສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຢູ່ໃນລະດັບຕ່ຳ. ແຕ່ປະເທດນີ້ ໄດ້ກວດພົບຜູ້ຕິດເຊື້ອໄວຣັດກາຍພັນ Omicron ເປັນກໍລະນີທີ 3.

        ຢູ່ເອີຣົບ, ວົງການການແພດ ອັງກິດ ໄດ້ຢັ້ງຢືນວ່າ ປະເທດນີ້ມີຜູ້ຕິດເຊື້ອໄວຣັດກາຍພັນ Omicron ຕື່ມອີກ 90 ກໍລະນີ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໄວຣັດສາຍພັນດັ່ງກ່າວຂຶ້ນເປັນ 336 ກໍລະນີ. ໃນຂະນະນັ້ນ, ຝລັ່ງ ກໍກວດພົບ 25 ກໍລະນີ, ກຣົວເຕຍ ກໍຢັ້ງຢືນມີ 2 ກໍລະນີ.

        ໄລ່ມາຮອດປັດຈຸບັນ, ເຊື້ອໄວຣັດກາຍພັນ Omicron ໄດ້ປະກົດຕົວ ແລະ ແຜ່ລາມອອກສູ່ຫຼາຍກວ່າ 40 ປະເທດ ແລະ ເຂດແຄວ້ນໃນໂລກ.

                               

ຕອບກັບ

ຂ່າວ/ບົດ​ອື່ນ