ມີຫຼາຍຄົນເສຍຊີວິດໃນການປະທະກັນຢູ່ທາງທິດຕາເວັນອອກຢູແກຼນ

ມີຫຼາຍຄົນເສຍຊີວິດໃນການປະທະກັນຢູ່ທາງທິດຕາເວັນອອກຢູແກຼນ - ảnh 1
ລົດ​ເມ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ
(ພາບ: AFP-TTXVN)

(vovworld) – ​ ​ວັນ​ທີ 13/2, ຢ່າງ​ໜ້ອຍ​ສຸດ​ມີ 15 ຄົນ​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​​ຄັ້ງຫຼ້າ​ສຸດ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ ຢູ​ແກຼນ ກ່ອນ​ຈຸດ​ເວ​ລາ​ຄຳ​ສັ່ງ​ຢຸດ​ຍິງ​ໃໝ່​ມີ​ຜົນ​ສັດ​ສິດ​ຕາມ​ຂໍ້​ຕົກ​ລົງ​ທີ່​ຫາກໍ່​ບັນ​ລຸ​ໄດ້​ຢູ່​ນະ​ຄອນຫຼວງ Minsk ປະ​ເທດ ເບ​ລາ​ຣຸດ ຂອງ​ກຸ່ມ “4 ຝ່າຍ Normandie”. ອຳ​ນາດ​ການ​ປົ​ກ​ຄອງ ກີ​ແອບ ແລະ ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ ຢູ​ແກຼນ ໃຫ້​ຮູ້​ວ່າ: ສາ​ມັນ​ຊົນ 7 ຄົນ​ເສຍ​ຊີ​ວິດ, ໃນ​ຂະ​ນະ​ນັ້ນ, ກອງ​ທັບ ຢູ​ແກຼນ ປະ​ກາດ​ມີ​ທະ​ຫານ 8 ຄົນ​ເສຍ​ຊີ​ວິດ ແລະ ອີກ 34 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ໃນ 24 ​ຊົ່ວໂມງ​ຜ່ານ​ມາ. ຕາມ​ຂໍ້​ຕົກ​ລົງ​ທີ່​ຫາກໍ່​ບັນ​ລຸ​ໄດ້​ຢູ່ Minsk ຂອງກຸ່ມ “4 ຝ່າຍ Normandie” (ເຊິ່ງ​ລວມ​ມີ: ລັດ​ເຊຍ, ຢູ​ແກຼນ, ຝ​ຣັ່ງ ແລະ ເຢຍ​ລະ​ມັນ), ເລີ່ມ​ແຕ່​ເວ​ລາ 0 ໂມງວັນ​ທີ 15/2 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມບັ້​ນ​ຮົບ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ ຢູ​ແກຼນ ຈະ​ຢຸດ​ຍິງ ແລະ ເລີ່ມ​ຖອນ​ບັນ​ດາ​ອາ​ວຸດ​ໜັກ​ອອກ​ຈາກ​ເຂດ​ປະ​ທະ​ກັນ.

 


ຂ່າວ/ບົດ​ອື່ນ