ມີຫຼາຍທ່າອ່ຽງໃໝ່ໃນການພັດທະນາປັນຍາປະດິດໄດ້ເຕື້ອງເຖິງທີ່ AIVN 2024

(VOVWORLD) - ບັນດານັກປະຖະກະຖາເຊິ່ງແມ່ນຜູ້ຕາງໜ້າກຸ່ມບໍລິສັດສາກົນ, ນັກຊ່ຽວຊານຢູ່ພາຍໃນປະເທດຈະປຶກສາຫາລື, ເຮັດແຈ້ງບັນດາບັນຫາລວມຂອງທ່າອ່ຽງພັດທະນາປັນຍາປະດິດ (AI) ໂລກ ແລະ  ຫວຽດນາມ.
ມີຫຼາຍທ່າອ່ຽງໃໝ່ໃນການພັດທະນາປັນຍາປະດິດໄດ້ເຕື້ອງເຖິງທີ່ AIVN 2024 - ảnh 1ມີຫຼາຍທ່າອ່ຽງໃໝ່ໃນການພັດທະນາປັນຍາປະດິດໄດ້ເຕື້ອງເຖິງທີ່ AIVN 2024
(ພາບ: dangcongsan.vn)

        ວັນບຸນປັນຍາປະດິດ ຫວຽດນາມ (AI4VN) 2024 ດ້ວຍຫົວຂໍ້ “ປົກລ໋ອກກຳລັງແຮງຂອງປັນຍາປະດິດສ້າງສິ່ງໃໝ່ - Unlock the power of Generative AI” ຈະຈັດຂຶ້ນໃນວັນທີ 23 ສິງຫາ, ຢູ່ສູນປະຊຸມແຫ່ງຊາດ ຮ່າໂນ້ຍ.

        ທີ່ວາລະຕົ້ນຕໍຂອງວັນບຸນປັນຍາປະດິດ ຫວຽດນາມ ທີ່ຈະຈັດຂຶ້ນໃນຕອນບ່າຍວັນທີ 23 ສິງຫາ, ບັນດານັກປະຖະກະຖາເຊິ່ງແມ່ນຜູ້ຕາງໜ້າກຸ່ມບໍລິສັດສາກົນ, ນັກຊ່ຽວຊານຢູ່ພາຍໃນປະເທດຈະປຶກສາຫາລື, ເຮັດແຈ້ງບັນດາບັນຫາລວມຂອງທ່າອ່ຽງພັດທະນາປັນຍາປະດິດ (AI) ໂລກ ແລະ  ຫວຽດນາມ. ມີຫຼາຍຫົວຂໍ້ໄດ້ຍົກອອກມາທີ່ເຫດການນີ້, ຄື: “AI ສ້າງສິ່ງໃໝ່ ແລະ ບັນດາທ່າອ່ຽງພົ້ນເດັ່ນໃນປີ 2024”; “ປັນຍາປະດິດທີ່ເກີນກວ່າໜ້າຈໍຄອມພິວເຕີ” ພ້ອມກັບບັນດາເນື້ອໃນໃໝ່ ເພື່ອແນໃສ່ເຮັດແຈ້ງບັນດາບາດກ້າວກະກຽມ, ຄວາມສາມາດບົ່ມຊ້ອນ ກໍຄືບັນດາກາລະໂອກາດ, ສິ່ງທ້າທາຍເມື່ອພັດທະນາ ແລະ ນຳໃຊ້ AI ສຳລັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ