ມີຫຼາຍຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນໍ້າສົ່ງ​ອອກຂອງຫວຽດນາມ ລື່ນ​ກາຍ 1 ຕື້ USD

(VOVWORLD) -   ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ ຄາດວ່າ ການເຕີບໂຕທົ່ວຂະແໜງສູ້ຊົນບັນລຸ 2,6 – 3%, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ຂອງປີ 2020 ບັນລຸປະມານ 41 ຕື້ USD. 
ມີຫຼາຍຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນໍ້າສົ່ງ​ອອກຂອງຫວຽດນາມ ລື່ນ​ກາຍ 1 ຕື້ USD - ảnh 1 ຜະລິດຕະພັນເຄື່ອງປ່າຂອງດົງຕົ້ນຕໍ ບັນລຸ 6,5 ຕື້ USD (ພາບປະກອບ: VGP)

        ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 7 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 22 ຕື້ USD, ໃນນັ້ນລວມມີ 6 ກຸ່ມ ແລະ ປະເພດສິນຄ້າສົ່ງອອກບັນລຸກວ່າ 1 ຕື້ USD. ໃນນັ້ນ, ກຸ່ມຜະລິດຕະພັນກະເສດຕົ້ນຕໍ ຄາດວ່າບັນລຸ 10,4 ຕື້ USD; ສິນໃນນໍ້າຄາດວ່າບັນລຸ 4,4 ຕື້ USD ແລະ ຜະລິດຕະພັນເຄື່ອງປ່າຂອງດົງຕົ້ນຕໍ ບັນລຸ 6,5 ຕື້ USD. ສະເພາະເດືອນກໍລະກົດ, ວົງເງິນສົ່ງອອກຄາດວ່າບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ເດືອນ ມິຖຸນາ 2020. ໃນ 7 ເດືອນຕົ້ນປີ 2020, ເຖິງວ່າສະພາບການຕະຫຼາດມີຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍຕາມ, ແຕ່ມີຜະລິດຕະພັນຫຼາຍຊະນິດຍັງມີວົງເງິນສົ່ງອອກເພີ່ມຂຶ້ນຢ່າງຈະແຈ້ງ ຄື ເຂົ້າສານ, ຜັກ, ມັນຕົ້ນ, ກຸ້ງ, ໄມ້ ແລະ ຜະລິດຕະພັນໄມ້, ແຄະ, ໄມ້ໄຜ່ ເປັນຕົ້ນ.

        ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ ຄາດວ່າ ການເຕີບໂຕທົ່ວຂະແໜງສູ້ຊົນບັນລຸ 2,6 – 3%, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ຂອງປີ 2020 ບັນລຸປະມານ 41 ຕື້ USD. 

ຕອບກັບ

ຂ່າວ/ບົດ​ອື່ນ