ມີຫຼາຍລາຍການທ່ອງທ່ຽວເປັນເອກະລັກສະເພາະທີ່ລາຍການ “ກວາງນາມ - ເຂດມໍລະດົກສີຂຽວ”

(VOVWORLD) - ລາຍການແກ່ຍາວແຕ່ເດືອນ ພຶດສະພາ ຫາເດືອນ ພະຈິກ.
ມີຫຼາຍລາຍການທ່ອງທ່ຽວເປັນເອກະລັກສະເພາະທີ່ລາຍການ “ກວາງນາມ - ເຂດມໍລະດົກສີຂຽວ” - ảnh 1(ການປະຊຸມຂ່າວປະກາດລາຍການ)

        ຕອນບ່າຍວັນທີ 16 ເມສາ, ຢູ່ນະຄອນ ຕາມກີ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ໄດ້ຈັດການປະຊຸມຂ່າວປະກາດລາຍການກະຕຸນການທ່ອງທ່ຽວປີ 2024 ດ້ວຍຫົວຂໍ້ ກວາງນາມ - ເຂດມໍລະດົກສີຂຽວ”.

        ລາຍການແກ່ຍາວແຕ່ເດືອນ ພຶດສະພາ ຫາເດືອນ ພະຈິກ. ມີຫຼາຍລາຍການທ່ອງທ່ຽວເປັນເອກະລັກສະເພາະດ້ວຍລາຄາບຸລິມະສິດທີ່ໄດ້ປະກາດ, ຊ່ວຍໃຫ້ແຂກທ່ອງທ່ຽວມີການຄັດເລືອກຫຼາຍກວ່າຢູ່ບັນດາສະຖານທີ່ທ່ອງທ່ຽວມີຊື່ສຽງພາຍໃນແຂວງ, ຄື: ຄຸ້ມຖະໜົນເກົ່າ ໂຮ້ຍອານ, ເຂດວິຫານທາດ ມີ້ເຊີນ, ຄົ້ນຫາບັນດາໝູ່ບ້ານຂອງຊາວເຜົ່າ ເກີຕູ, ກາຢອງ… ທ່ານ ຫງວຽນແທັງຮົ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ, ໃຫ້ຮູ້ວ່າ:

        “ລາຍການໄດ້ໝັ້ນໝາຍຈະນຳມາເຊິ່ງການຄົ້ນຫາທີ່ດູດດື່ມ, ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ, ໂດຍສະເພາະແມ່ນວັນພັກ 30 ເມສາ ແລະ 01 ພຶດສະພາ. ຜ່ານນັ້ນ, ປະກອບສ່ວນໂຄສະນາເຄື່ອງໝາຍວິສາຫະກິດ ແລະ ຂຸດຄົ້ນບັນດາຕະຫຼາດແຂກທ່ອງທ່ຽວມາຢ້ຽມຢາມແຂວງ ກວາງນາມ, ປະກອບສ່ວນພັດທະນາການທ່ອງທ່ຽວແຂວງ ກວາງນາມ ທີ່ບັນລຸປະສິດທິຜົນ, ຍືນຍົນໃນໄລຍະຈະມາເຖິງ”.

        ຕາມຕົວເລກຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ ແລ້ວ, ນັບແຕ່ຕົ້ນປີ 2024, ແຂວງ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 1,7 ລ້ານເທື່ອຄົນມາຢ້ຽມຢາມ; ໃນນັ້ນ, ຄາດວ່າ, ແຂກທ່ອງທ່ຽວສາກົນແມ່ນເກືອບ 1 ລ້ານເທື່ອຄົນ, ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ