ມີຫຼາຍລາຍການສະແດງສິລະປະສະເຫຼີມສະຫຼອງກອງປະຊຸມIPU132

ມີຫຼາຍລາຍການສະແດງສິລະປະສະເຫຼີມສະຫຼອງກອງປະຊຸມIPU132 - ảnh 1
ພາບ​ປະ​ກອບ

(vovworld) – ເພື່ອ​ເປັນ​ການ​ສະ​ເຫຼີ​ມ​ສະຫຼອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU 132) ​ຊຶ່ງຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ ໃນ​ລະ​ຫວ່າງວັນ​ທີ 28/3 – 1/4, ມີ​ຫຼາຍ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ຈະ​ໄດ້​ຮັບ​ການ​ດຳ​ເນີນ​ໄປ​ຢູ່​ບັນ​ດາ​ສະ​ຖານ​ທີ່​​ລື​ຊື່​ຂອງ ຫວຽດ​ນາມ ຄື: ວັນ​ມ໋ຽວ ກວກ​ຕີ້ຢ໋າມ, ພະ​ລາດ​ຊະ​ວັງ ທັງ​ລອງ, ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ… ຕາມ​ແຫຼ່ງ​ຂ່າວ​ຈາກ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແລ້ວ, ເວ​ລາ 19 ໂມງ 30 ນາ​ທີ ວັນ​ທີ 28/3, ຢູ່​ຫ​ໍ​ປະ​ຊຸມ ຢຽນ​ຮົ່ງ (ສະ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ), ຈະ​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ຮັບ​ໄຊ​ພິ​ທີ​ໄຂ IPU 132. ລາຍ​ການ​ລວມ​ມີ​ການ​ສະ​ແດງ​ບັນ​ດາ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ, ຜ່ານນັ້ນ​ເພ​ື່ອ​ແນ​ໃສ່​ແນະ​ນຳ​ເຖິງ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ, ດົນ​ຕີທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ຫວຽດ​ນາມ.

        ນອກ​ຈາກນັ້ນ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132 ຈະ​ໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ພື້ນ​ເມືອງ​ຂອງ ຫວຽດ​ນາມ ​ຄື: ຂັບ​ຊວານ, ຂັບ​ເຈົ່າ​ວັນ, ສະ​ແດງຕີກອງ Paranung… ໃນ​​ຂອບ​ເຂດລາຍ​ການ​ ສິ​ລ​ະ​ປະ “ບັນ​ດາ​ສີ​ສັນ​ວັດ​ທະ​ນ​ະ​ທຳ​ບັນ​ດາ​​ເຜົ່າ ຫວຽດ​ນາມ”, ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 29/3, ຢູ່​ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ