ມີຫຼາຍ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຢາກ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ເພື່ອ​​ໝູນ​ໃຊ້​ທ່າ​ໄດ້​ປຽບ​ຂອງ EVFTA

(VOVWORLD) - ປັດຈຸບັນມີ 21% ບໍລິສັດ ອິນເດຍ ພວມ ຫຼື ຄາດວ່າ ຈະສ້າງການເຄື່ອນໄຫວຢູ່ອາຊີຕາເວັນອອກສ່ຽງໃຫ້ ມີແຜນການເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ ໃນ 2 ປີຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ມີ 26% ວິສາຫະກິດຈີນ ຢູ່ ຫວຽດນາມ ກໍ່ພວມມຸ່ງໄປເຖິງການໃຫ້ບຸລິມະສິດການເຕີບໂຕຢູ່ທີ່ນີ້.

ມີຫຼາຍ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຢາກ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ເພື່ອ​​ໝູນ​ໃຊ້​ທ່າ​ໄດ້​ປຽບ​ຂອງ EVFTA - ảnh 1ພາບປະກອບ: TTXVN

ນີ້ແມ່ນບາງໝາກຜົນຈາກການສຳຫຼວດ “HSBC Navigator: ຈຸດສຸມອາຊີຕາເວັນອອກສ່ຽງໃຕ້” ໂດຍທະນາຄານ HSBC ປະຕິບັດ ສຳລັບບໍລິສັດກ່ວາ 1500 ແຫ່ງ ມາຈາກ 6 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ (ລວມມີ: ຈີນ, ຝລັ່ງ, ເຢຍລະມັນ, ອິນເດຍ, ອັງກິດ ແລະ ອາເມລິກາ) ທີ່ພວມເຄື່ອນໄຫວຫຼື ມີແຜນການເຄື່ອນໄຫວຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນອະນາຄົດ. ການສຳຫຼວດນີ້ໄດ້ພິຈາລະນາຄຳເຫັນຂອງວິສາຫະກິດຕໍ່ການເຄື່ອນໄຫວດຳເນີນທຸລະກິດຢູ່ ອາຊີ ຕາເວັນອອກສ່ຽງໃຕ້, ພິເສດແມ່ນສຸມໃສ່ດ້ານການຄ້າ, ຫັນເປັນດີຈີຕອນ ແລະ ພັດທະນາແບບຍືນຍົງ.

        ປັດຈຸບັນມີ 39%ບໍລິສັດອິນເດຍ ເລືອກເອົາ ຫວຽດນາມ ຍ້ອນວ່າ ພື້ນຖານໂຄງລ່າງພັດທະນາ ແລະ 49% ນິຍົມການໜູນຊ່ວຍຂອງລັດຖະບານ ແລະ ສະພາບແວດລ້ອມດ້ານນິຕິກຳ, 36% ບໍລິສັດ ອາເມລິກາໃຫ້ຮູ້ວ່າ ຕະຫຼາດ ນີ້ດຶງດູດເຂົາເຈົ້າ ຍ້ອນວ່າມີຫຼາຍກາລະໂອກາດ ເພື່ອທົດລອງ ແລະ ພັດທະນາຜະລິດຕະພັນ/ວິທີການແກ້ໄຂໃໝ່.

        ກ່ຽວກັບບັນຫາພັດທະນາແບບຍືນຍົງຢູ່ ຫວຽດນາມ ບັນດານັກລົງທຶນສາກົນທີ່ພວມເຄື່ອນໄຫວຢູ່ນີ້ກໍ່ໄດ້ຊັ່ງຊາຢ່າງລະອຽດທີ່ສຸດ. ມີ 45%ບໍລິສັດເຄື່ອນໄຫວຢູ່ ຫວຽດນາມ ຖືວ່າ ການເຄື່ອນໄຫວແບບຍືນຍົງແມ່ນສຳຄັນທີ່ສຸດ ເຊິ່ງເຂົາເຈົ້າອາດຈະປະຕິບັດແມ່ນຍົກສູງປະສິດທິຜົນການນຳໃຊ້ພະລັງງານ, 42% ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການໜູນຊ່ວຍປະຊາຄົມທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ