ມີຫຼາຍສຳນັກຂ່າວສານຕ່າງປະເທດຄາດຄະເນເສດຖະກິດຫວຽດນາມຈະດີຂຶ້ນ

(VOVWORLD) - ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄຕມາດທີ 3 ປີ 2023 ບັນລຸ 5,33%
ມີຫຼາຍສຳນັກຂ່າວສານຕ່າງປະເທດຄາດຄະເນເສດຖະກິດຫວຽດນາມຈະດີຂຶ້ນ - ảnh 1ການໃຊ້ສອຍຢູ່ພາຍປະເທດເພີ່ມຂຶ້ນຢ່າງແຮງ
(ພາບປະກອບ: TTXVN)

          ໃນວັນທີ 29 ກັນຍາ, ມີຫຼາຍສຳນັກຂ່າວສານຕ່າງປະເທດໄດ້ໃຫ້ຂ່າວກ່ຽວກັບຕົວເລກການເຕີບໂຕເສດຖະກິດຂອງ ຫວຽດນາມ, ພ້ອມທັງຄາດຄະເນວ່າ ວິວັດການຟື້ນຟູຈະດີຂຶ້ນໃນໄລຍະຈະມາເຖິງ. ສຳນັກຂ່າວສານ AFP (ຝະລັ່ງ) ໄດ້ຄັດສະເໜີຂໍ້ມູນຕົວເລກຈາກກົມໃຫຍ່ສະຖິຕິ ຫວຽດນາມ ໂດຍໃຫ້ຮູ້ວ່າ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄຕມາດທີ 3 ປີ 2023 ບັນລຸ 5,33%, ພ້ອມກັບບັນດາຕົວເລກສະແດງໃຫ້ເຫັນວ່າ ອັດຕາດອກເບັ້ຍກູ້ຢືມໄດ້ຫຼຸດລົງ, ການເກັບພາສີເພີ່ມຂຶ້ນ ແລະ ການລົງທຶນພາກລັດກໍ່ເພີ່ມຂຶ້ນ, ສ້າງຜົນກະທົບທີ່ດີຕໍ່ພື້ນຖານເສດຖະກິດ.

          ເວັບໄຊ Nikkei Asia (ຍີ່ປຸ່ນ) ໃຫ້ຮູ້ວ່າ, ການເຕີບໂຕເສດຖະກິດຂອງ  ຫວຽດນາມ ພວມດີຂຶ້ນຍ້ອນການຟື້ນຟູຂອງຂະແໜງທ່ອງທ່ຽວ ແລະ ຂະແໜງຜະລິດ. ສິ່ງທີ່ໜ້າສົນໃຈແມ່ນ, ດັດຊະນີການຜະລິດອຸດສາຫະກຳໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ເດືອນ ພຶດສະພາ ຜ່ານມາ ແລະ ໄລ່ລວມໃນໄລຍະ 9 ເດືອນຂອງປີນີ້, ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳໄດ້ເພີ່ມຂຶ້ນ 1,65% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນຂະນະນັ້ນ, ສຳນັກຂ່າວສານ ຊິນຮວາ (ຈີນ) ຄັດສະເໜີຕົວເລກທີ່ເປັນທາງການໂດຍໃຫ້ຮູ້ວ່າ, ນັບແຕ່ຕົ້ນປີມາຮອດວັນທີ 20 ກັນຍາ, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເກືອບ 20,21 ຕື້ USD, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

          ສ່ວນທະນາຄານພັດທະນາອາຊີ (ADB) ຄາດວ່າ ລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2023 ຈະບັນລຸ 5,8%. ທ່ານ Shantanu Chakraborty, ຜູ້ຮັບຜິດຊອບການຄົ້ນຄ້ວາເສດຖະກິດ ຫວຽດນາມ ຂອງ ADB ຖືວ່າ, ພື້ນຖານເສດຖະກິດ ຫວຽດນາມ ມີຄວາມຕ້ານທານທີ່ດີ ແລະ ຄາດວ່າຈະຟື້ນຟູໃນອະນາຄົດອັນໃກ້ໆນີ້ ຍ້ອນການໃຊ້ສອຍຢູ່ພາຍປະເທດເພີ່ມຂຶ້ນຢ່າງແຮງ ແລະ ບ້ວງເງິນກະຕຸນການລົງທຶນໄດ້ຮັບການປົວແປງ.

ຕອບກັບ

ຂ່າວ/ບົດ​ອື່ນ