ມອບ​ - ຮັບນາມ​ມະ​ຍົດ “​​ນັກສິ​ລະ​ປະ​ການ​ປະ​ຊາ​ຊົນ”, “ນັກສິ​ລະ​ປະ​ການ​ດີ​ເດັ່ນ” ໃນ​ຂົງ​ເຂດ​ສິ​ລະ​ປະຫັດ​ຖະ​ກຳ

(VOVWORLD) -  ຕອນຄ່ຳວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງພິທີມອບ - ຮັບນາມມະຍົດ “ນັກສິລະປະການປະຊາຊົນ”, “ນັກສິລະປະການດີເດັ່ນ” ໃນຂົງເຂດສິລະປະຫັດຖະກຳ. 
ມອບ​ - ຮັບນາມ​ມະ​ຍົດ “​​ນັກສິ​ລະ​ປະ​ການ​ປະ​ຊາ​ຊົນ”, “ນັກສິ​ລະ​ປະ​ການ​ດີ​ເດັ່ນ” ໃນ​ຂົງ​ເຂດ​ສິ​ລະ​ປະຫັດ​ຖະ​ກຳ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ກ່າວຄຳເຫັນທີ່ພິທີ (ພາບ:ກະຊວງອຸດສາຫະກຳ ແລະ ການຄ້າ)

ສິລະປະກອນປະຊາຊົນ 10 ຄົນ ແລະ ສິລະປະກອນດີເດັ່ນ 82 ຄົນ ທີ່ໄດ້ຮັບນາມມະຍົດໃນຄັ້ງນີ້ ແມ່ນບັນດານັກສິລະປະການທີ່ມີການປະກອບສ່ວນຫຼາຍຢ່າງ, ມີຄວາມສຸດຈິດສຸດໃຈກັບອາຊີບ ເຊິ່ງເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ແລະ ດີເດັ່ນແກ່ພາລະກິດອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງອາຊີບສິລະປະຫັດຖະກຳຂອງທ້ອງຖິ່ນຕ່າງໆ. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຫວັງວ່າ, ບັນດາ “ນັກສິລະປະການປະຊາຊົນ”, “ນັກສິລະປະການດີເດັ່ນ” ຈະສືບຕໍ່ເສີມຂະຫຍາຍຄວາມເກັ່ງກ້າສາມາດ, ສະຕິປັນຍາ, ຄົ້ນຄວ້າປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ຜະລິດອອກຫຼາຍຜະລິດຕະພັນທີ່ມີຄຸນຄ່າສິລະປະສູງ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ດີທີ່ສຸດ, ປະກອບສ່ວນຫຼາຍກວ່າຕໍ່ການພັດທະນາຂອງຂະແໜງອຸດສາຫະກຳ ແລະ ການຄ້າເວົ້າສະເພາະ ແລະ ຂອງປະເທດຊາດເວົ້າລວມ, ພ້ອມກັນນັ້ນ, ກໍ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງອາຊີບຫັດຖະກຳສິລະປະທີ່ເປັນມູນເຊື້ອ ແລະ ຖ່າຍທອດຄວາມຍອດຍິ່ງ ແລະ ຄຸນຄ່າສິລະປະໃຫ້ແກ່ໄວໜຸ່ມ, ສົ່ງສານສັນຕິພາບ, ມິດຕະພາບ, ຄຸນຄ່າວັດທະນະທຳ, ປະຫວັດສາດ, ວິຈິດສິນຂອງປະເທດຊາດ ແລະ ຊາວຫວຽດນາມ ເຖິງເພື່ອນມິດສາກົນ.”


 

ຕອບກັບ

ຂ່າວ/ບົດ​ອື່ນ