ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ແຂວງ ກວາງນິງ

(VOVWORLD) -ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ມອບຂອງຂວັນ 250 ພູດໃຫ້ຜູ້ຕາງໜ້າຄອບຄົວນະໂຍບາຍ
ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ແຂວງ ກວາງນິງ - ảnh 1ທ່ານພົນໂທ ຮ່ວາງຊວນຈຽນ ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ”
(ພາບ: bienphong.com.vn)

ວັນທີ 14 ມັງກອນ, ທ່ານພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ພະນັກງານ, ນັກຮົບຢູ່ບັນດາກົມກອງທະຫານຊາຍແດນ ແລະ ຄອບຄົວນະໂຍບາຍໃນບໍລິເວນເຂດຊາຍແດນນະຄອນ ມອງກາຍ ແລະ ເມືອງ ຫາຍຮ່າ,  ແຂວງ ກວາງນິງ. ຢູ່ທີ່ນີ້, ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ມອບຂອງຂວັນ 250 ພູດໃຫ້ຜູ້ຕາງໜ້າຄອບຄົວນະໂຍບາຍ; ມອບທຶນສຶກສາ 250 ທຶນໃຫ້ບັນດານັກຮຽນທຸກຍາກໃນບໍລິເວນເຂດຊາຍແດນຂອງແຂວງ ກວາງນິງ.

        ເມື່ອໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ປໍ່ແຫ່ນ ແລະ ກວາງດຶກ, ທ່ານພົນໂທ ຮ່ວາງຊວນຈຽນ ສະເໜີໃຫ້ບັນດາກົມກອງຮັກສາທ່າກຽມພ້ອມສູ້ຮົບ ແລະ ເພີ່ມທະວີການລາດຕາເວັນ, ກວດກາ, ກຳແໜ້ນສະພາບການ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ເຂດຊາຍແດນໄວ້ຢ່າງໝັ້ນຄົງ; ຍູ້ແຮງການໂຄສະນາກ່ຽວກັບກົດໝາຍວ່າດ້ວຍທະຫານຊາຍແດນ ຫວຽດນາມ ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ