ມອບຂໍ້ຕົກລົງແຕ່ງຕັ້ງຕຳແຫນ່ງເອກອັກຄະລັດຖະທູດໃຫ້ແກ່ພະນັກງານ,ລັດຖະກອນການທູດ22ທ່ານ

ມອບຂໍ້ຕົກລົງແຕ່ງຕັ້ງຕຳແຫນ່ງເອກອັກຄະລັດຖະທູດໃຫ້ແກ່ພະນັກງານ,ລັດຖະກອນການທູດ22ທ່ານ - ảnh 1
ພາບປະກອບ:internet


 (vovworld)- ກ່າວ​ຄຳ​ເຫັນ​ທີ່​ພິທີ​ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 19/12 ຢູ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ວ່າ: ​ເລື່ອງ​ແຕ່ງຕັ້ງ​ຕຳ​ແຫນ່​ງ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ​ໃຫ້​ແກ່​ພະນັກງານ, ລັດຖະກອນ​ການ​ທູດ 22 ທ່ານ ​ແມ່ນ​ການ​ຮັບ​ຮູ້​ຂອງ​ພັກ ​ແລະ ລັດ ຕໍ່​ການ​ປະກອບສ່ວນ​ຂອງ​ບັນດາ​ທ່ານ​​ເອກ​ອັກຄະ​ລັດຖະທູດສຳລັບ​ວຽກ​ງານ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ​ແລະ ພາລະກິດ​ພັດທະນາ​ປະ​ເທດ​ຊາດ​ເວົ້າ​ລວມ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ: ​ເລື່ອງ​ລັດ​ແຕ່ງຕັ້ງ​ຕຳ​ແຫນ່​ງ​ເອກ​ອັກຄະ​ລັດຖະທູດ ສສຫວຽດນາມ​ຄັ້ງ​ນີ້ ​ແມ່ນ​ການ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂອງ​ພັກ, ລັດ ​ແລະ ປະຊາຊົນ​​ຕໍ່ບັນດາ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ ​ແລະ ປາດ​ຖະຫນາ​ວ່າ ບັນດາ​ທ່າ​ນ​ເອກ​ອັກຄະ​ລັດຖະທູດ​ສືບ​ຕໍ່​ມາ​ນະພະ​ຍາ​ຍາມ​​ປະຕິບັດແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກສຳ​ເລັດ​ຜົນ​ເພື່ອ​ປ​ະກອບ​ສ່ວນ​ເຂົ້າ​ໃນ​ກິດຈະການ​ສ້າງສາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ