ມອບຂໍ້ຕົກລົງແຕ່ງຕັ້ງພະນັກງານ ໄອຍະການ ແລະ ຜູ້ພິພາກສາ

ມອບຂໍ້ຕົກລົງແຕ່ງຕັ້ງພະນັກງານ ໄອຍະການ ແລະ ຜູ້ພິພາກສາ - ảnh 1
ທ່ານປະທານປະເທດ Truong Tan Sang ມອບ ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ພະນັກງານ ​ໄອ​ຍະ​ການ ​ແລະ ຜູ້​ພິພາກສາ
(ພາບ: Nguyễn Khang/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 20/8, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ເຂົ້າ​ຮ່ວມ​ພິທີ​ປະກາດ​ຕຳ​ແໜ່​ງ ​ແລະ ມອບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ໃຫ້​ແກ່​ພະນັກງານ ສັງກັດອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ທະຫາ​ນສູນກາງ ​ແລະ ຜູ້​ພິພາກ​ສາ​ສານ​ທະຫາ​ນສູນ​ກາງ 30 ທ່ານ;

ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ: ວຽກ​ງານ​ປະຕິ​ຮູບ​ດ້ານ​ຕຸ​ລາ​ການຕາມ​ແຜ​ນນະ​ໂຍບາຍ​ຂອງ​ພັກ, ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ສຳຄັນ​ພິ​ເສດ, ຕິດ​ພັນ​ກັບ​ແຜນ​ນະ​ໂຍບາຍ​ປ່ຽນ​ແປງ​ລັດຖະທຳ​ມະນູນ​ປີ 1992, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່ ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ມີຫຼາຍ​ບັນຫາ​ສຳຄັນ​ພວມ​ໄດ້​ວາງ​ອອກ ກັບ​ບັນດາ​ອົງການ​ຕຸລາການ​ເວົ້າ​ລວມ, ​ໃນ​ນັ້ນ ​ເປັນ​ແກ່ນສານ​ແມ່ນ​ສານ ​ແລະ ​ໄອ​ຍະ​ການ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຂະ​ແໜງ​ສານ, ​ໄອ​ຍະການ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ ​ແລະ ບັນດາ​ຜົນງານ​ບັນລຸ​ໄດ້, ສູ້​ຊົນ​ສ້າງ​ຜົນງານ​ຫຼາຍ​ຢ່າງ​ກ່ວາ​ອີກ ​ເພື່ອ​ຈຸດໝາຍ “ສ້າງ​ລະບົບ​ຕຸລາການ​ໂປ່​ງ​ໃສ, ​ເຂັ້ມ​ແຂງ, ປົກ​ປ້ອງຄວາມຍຸຕິ​ທຳ, ​ເຄົາລົບ ​ແລະ ປົກປ້ອງ​ສິດທິ​ມະນຸດ”

ຂ່າວ/ບົດ​ອື່ນ